ອານຸສັນຍາ ປ້ອງກັນ, ປາບປາມ ແລະ ລົງໂທດອາຊະຍາກຳຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ຫຼື ຮູ້ຈັກກັນໃນນາມ ອານຸສັນຍາຕ້ານການຄ້າມະນຸດ ຫຼື ອານຸສັນຍາຂອງ UN ໃນການຕ້ານການຄ້າມະນຸດ) ແມ່ນອານຸສັນຍາ ທີ່ນອນຢູ່ໃນ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ, ອາຍຸສັນຍາດັ່ງກ່າວເປັນໜຶ່ງ ໃນ ສາມ ຂອງອານຸສັນຍາ ປາເລໂມ ເຊິ່ງອີກ 02 ອານຸສັນຍານັ້ນ ໄດ້ແກ່:

1. ອານຸສັນຍາ ຕ້ານການລັກລອບຂົນສົ່ງແຮງງານຂ້າມຊາດ ຜ່ານທາງບົກ, ທະເລ ແລະ ອາກາດ

2. ອານຸສັນຍາ ຕ້ານການຜະລິດ ແລະ ການຄ້າອາວຸດທີ່ຜິດກົດໝາຍ

ອານຸສັນຍາ ປ້ອງກັນ, ປາບປາມ ແລະ ລົງໂທດອາຊະຍາກຳຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໄດ້ຖືກຮັບຮອງ ໂດຍ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນປີ 2000 ແລະ ໄດ້ມີຜົນບັງຄັບໃຊ້ ໃນວັນທີ 25 ທັນວາ 2003, ເຊິ່ງໃນ ເດືີອນພະຈິກ 2022 ໄດ້ມີການໃຫ້ສັດຕະຍາບັນ 180 ປະເທດ.

ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ອານຸສັນຍາ ປ້ອງກັນ, ປາບປາມ ແລະ ລົງໂທດອາຊະຍາກຳຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃນວັນທີ 26 ກັນຍາ 2003

Scan the code