

ລາຍການໂທລະພາບ: ປະຊາຮ່ວມໃຈ ຕ້ານໄພຄ້າມະນຸດ
ອອກອາກາດທາງຊ່ອງໂທລະພາບກະຊວງປ້ອງກັນຄວາມສະຫງົບ ທຸກສັນ ເສົາ-ອາທິດ ເວລາ 9:30 ໂມງ – 10:00 ໂມງ

ລາຍການວິທະຍຸ: ຮ່ວມໃຈຕ້ານໄພຄ້າມະນຸດ
ອອກອາກາດທາງວິທະຍຸກະຊວງປ້ອງກັນຄວາມສະຫງົບ ຄື້ນຄວາມຖີ່ 101.05 MHz ທຸກສັນ ເສົາ-ອາທິດ ເວລາ 7:30 ໂມງ – 8:00 ໂມງ
ຂັ້ນຕອນ ແລະ ວິທີການຍື່ນເອກະສານ ການແຕ່ງດອງ ລະຫວ່າງ ຄົນລາວ ກັບ ຄົນຕ່າງປະເທດ
ການຢື່ນເອກະສານ ການແຕ່ງດອງລະຫວ່າງ ຄົນລາວ ກັບ ຄົນຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຫຼີກເວັ້ນບັນຫາການຄ້າມະນຸດ ໃນກໍລະນີ ເປັນການແຕ່ງດອງແອບແຝງ, ໂດຍສະເພາະ ຜູ້ປະກອບເອກະສານ ຫຼື ຜູ້ເປັນຫົວໜ້າຄອບຄົວ ທີ່ມີຈຸດປະສົງຢາກໃຫ້ລູກຫຼານຕົນເອງ ແຕ່ງດອງກັບ ຄົນຕ່າງປະເທດ ຕ້ອງໄດ້ເອົາໃຈໃສ່ປະກອບເອກະສານ ຕາມດໍາລັດ 184/ລບ, ລົງວັນທີ 10 ມີນາ 2021 ວ່າດ້ວຍການແຕ່ງ ດອງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ດັ່ງນີ້: 1. ສຳລັບຄົນຕ່າງປະເທດ: ແມ່ນໃຫ້ປະກອບເອກະສານແຕ່ງດອງມາແຕ່ປະເທດຂອງຕົນ ຊຶ່ງປະກອບມີ 11 ເອກສານ. ພາຍຫຼັງໄດ້ຍື່ນ ຫຼື…
ຂໍ້ມູນກ່ຽວກັບການໃຫ້ຖືພາແທນ, ອູ້ມບຸນ
ໃຫ້ຂໍ້ມູນໂດຍ ທ່ານ ພັນເອກ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ