ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ແມ່ນຂໍ້ຕົກລົງທີ່ມີຜົນບັງຄັບທາງດ້ານກົດໝາຍ ລະຫວ່າງ ບັນດາປະເທດໃນອາຊຽນ, ເຊິ່ງໄດ້ລົງນາມ ໂດຍຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໃນຄັ້ງວັນທີ 21 ພະຈິກ 2015 ທີ່ ກົວລາລຳເປີ ປະເທດມາເລເຊຍ
ເຊິ່ງ ສປປລາວ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາດັ່ງກ່າວ ໃນວັນທີ 28 ເມສາ 2017

ແຜນປະຕິບັດງານ ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ເປົ້າໝາຍ ແມ່ນສ້າງຂຶ້ນເພື່ອ ຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃນອາຊຽນ, ກົດໝາຍ ແລະ ນະໂຍບາຍພາຍໃນປະເທດ, ທັງແມ່ນພັນທະຕໍ່ສາກົນ ແລະ ຮັບມືກັບສິ່ງທ້າທາຍ ໃນບັນດາປະເທດສະມາຊິກອາຊຽນ ຢ່າງມີປະສິດທິຜົນ, ເຊິ່ງໄດ້ກໍານົດການຮ່ວມມືໃນ 4 ຂົງເຂດຫລັກ ຄື:

  1. ການປ້ອງກັນການຄ້າມະນຸດ
  2. ການປົກປ້ອງຜູ້ຖືກເຄາະຮ້າຍ
  3. ການບັງຄັບໃຊ້ກົດໝາຍ ແລະ ການດຳເນີນຄະດີ ຄ້າມະນຸດ
  4. ການຮ່ວມມືພາກພື້ນ ແລະ ສາກົນ
Scan the code