ການຢື່ນເອກະສານ ການແຕ່ງດອງລະຫວ່າງ ຄົນລາວ ກັບ ຄົນຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຫຼີກເວັ້ນບັນຫາການຄ້າມະນຸດ ໃນກໍລະນີ ເປັນການແຕ່ງດອງແອບແຝງ, ໂດຍສະເພາະ ຜູ້ປະກອບເອກະສານ ຫຼື ຜູ້ເປັນຫົວໜ້າຄອບຄົວ ທີ່ມີຈຸດປະສົງຢາກໃຫ້ລູກຫຼານຕົນເອງ ແຕ່ງດອງກັບ ຄົນຕ່າງປະເທດ ຕ້ອງໄດ້ເອົາໃຈໃສ່ປະກອບເອກະສານ ຕາມດໍາລັດ 184/ລບ, ລົງວັນທີ 10 ມີນາ 2021 ວ່າດ້ວຍການແຕ່ງ ດອງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ດັ່ງນີ້:

1. ສຳລັບຄົນຕ່າງປະເທດ: ແມ່ນໃຫ້ປະກອບເອກະສານແຕ່ງດອງມາແຕ່ປະເທດຂອງຕົນ ຊຶ່ງປະກອບມີ 11 ເອກສານ. ພາຍຫຼັງໄດ້ຍື່ນ ຫຼື ແລ່ນເອກະສານຢູ່ພາຍໃນປະເທດຂອງຕົນສຳເລັດແລ້ວ, ໃຫ້ແປເປັນພາສາລາວ ແລະ ນໍາໄປຈົດທະບຽນ ຢູ່ຫ້ອງການຄຸ້ມຄອງທະບຽນສານ.

2. ສຳລັບຄົນລາວ: ຕ້ອງໄປຊື້ຊຸດເອກະສານຄຳຮ້ອງແບບຟອມຂໍແຕ່ງດອງ, ການຊື້ ແມ່ນຊື້ໄດ້ ຢູ່ 3 ບ່ອນ ຄື:

1) ຫ້ອງການຂອງພະແນກພາຍໃນແຂວງ, ນະຄອນຫຼວງ;

2) ພະແນກຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ;

3) ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ;

ຖືວ່າ 3 ບ່ອນນີ້ ຈະຊື້ຢູ່ບ່ອນໃດກໍໄດ້ ຕາມເງື່ອນໄຂສະດວກຂອງທ່ານ. ຊຸດເອກະສານແບບຟອມ ປະກອບມີ 10 ເອກະສານ.

3. ພາຍຫຼັງຊື້ມາແລ້ວ ຕ້ອງໄດ້ຂຽນຂໍ້ມູນໃສ່ຕາມແບບຟອມ ແລະ ປະກອບເອກະສານທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ. ເມື່ອປະກອບຂໍ້ມູນຄົບຖ້ວນແລ້ວ ໃຫ້ເອົາກະສານທັງສອງຊຸຸດ (ຊຸດເອກະສານຂອງຄົນລາວ ແລະ ຄົນຕ່າງປະເທດ) ໄປຍື່ນຕາມຂັ້ນຕອນ ເຊີ່ງມີ 5 ຂັ້ນຕອນ ດັ່ງນີ້:

– ຂັ້ນຕອນທີ 1: ໃຫ້ເອົາຊຸດເອກະສານດັ່ງກ່າວ ໄປເຊັນນຳອົງການຈັດຕັ້ງບ້ານທີ່ຕົນສັງກັດ ແລະ ກໍຈະໄດ້ເສຍຄ່າທຳນຽມບ້ານຕາມລະບຽບການ.

– ຂັ້ນຕອນທີ 2: ພາຍຫຼັງເອກະສານຜ່ານບ້ານແລ້ວ ແມ່ນໃຫ້ໄປຍື່ນຢູ່ກອງບັນຊາການ ປກສ ເມືອງ, ນະຄອນ ທີ່ຕົນເອງຂຶ້ນກັບນັ້ນ ເພື່ອຄົ້ນຄວ້າຕາມລະບຽບການ ພາຍໃນກໍານົດເວລາ 5 ວັນ ແມ່ນສຳເລັດ ແລະ ເຈົ້າຂອງຄຳຮ້ອງຈະໄດ້ເສຍຄ່າທໍານຽມຕາມລະບຽບການ.

– ຂັ້ນຕອນທີ 3: ພາຍຫຼັງໄດ້ຮັບເອກະສານຈາກ ປກສ ເມືອງ ແລ້ວ ໃຫ້ເອົາເອກະສານໄປຍື່ນກົມກົງສູນ ກະຊວງການຕ່າງປະເທດ ເພື່ອຄົ້ນຄວ້າດຳເນີນຕາມລະບຽບການ ພາຍໃນກຳນົດເວລາ 3 ວັນ ແມ່ນສຳເລັດ ແລະ ເຈົ້າຂອງຄຳຮ້ອງຈະໄດ້ເສຍຄ່າທໍານຽມຕາມລະບຽບການ

– ຂັ້ນຕອນທີ 4: ພາຍຫຼັງໄດ້ຮັບເອກະສານ ຈາກກົມກົງສູນແລ້ວ ໃຫ້ເອົາເອກະສານໄປຍື່ນ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ເພື່ອຄົ້ນຄວ້າ, ສໍາພາດຄູ່ບ່າວສາວ ພ້ອມດ້ວຍຜູ້ປົກຄອງຕາມແບບຟອມ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານຕາມລະບຽບການ; ການຄົ້ນຄວ້າ ດຳເນີນເອກະສານ ກຳນົດເວລາ 5 ວັນ ແມ່ນສຳເລັດ ແລະ ຈະໄດ້ເສຍຄ່າທໍານຽມຕາມລະບຽບການ.

– ຂັ້ນຕອນທີ 5: ພາຍຫຼັງໄດ້ຮັບເອກະສານຈາກ ປກສ ແຂວງ ແລ້ວ ໃຫ້ເອົາເອກະສານໄປຍື່ນ ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄົ້ນຄວ້າ, ສໍາພາດຄູ່ບ່າວສາວ ພ້ອມດ້ວຍຜູ້ປົກຄອງ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ, ການດຳເນີນເອກະສານ ກຳນົດເວລາ 20 ວັນ ແມ່ນສຳເລັດ ແລະ ຜູ້ເປັນເຈົ້າຂອງຄຳຮ້ອງ ຈະໄດ້ເສຍຄ່າທໍານຽມຕາມລະບຽບການ.

4. ສຳລັບການຈົດທະບຽນແຕ່ງດອງຂອງຄູ່ບ່າວສາວນີ້ ມີ 2 ທາງເລືອກ ຄື:

– ທາງເລືອກທີ 1: ໃນກໍລະນີຄູ່ບ່າວສາວ ຕ້ອງການຈົດທະບຽນແຕ່ງດອງຢູ່ລາວ ແມ່ນໃຫ້ໄປຍື່ນເອກະສານ ຢູ່ພະແນກພາຍໃນແຂວງ ຫຼື ນະຄອນຫຼວງ ທີ່ຕົນເອງອາໃສຢູ່ ເພື່ອດໍາເນີນການສໍາພາດ ຄູ່ບ່າວສາວ ພ້ອມດ້ວຍຜູ້ປົກຄອງ ແລະ ອອກໃບທະບຽນຢັ້ງຢືນການແຕ່ງດອງ ຫຼື ໃບທະບຽນສົມລົດໃຫ້ຄູ່ບ່າວສາວ ຕາມລະບຽບການ.

– ທາງເລືອກທີ 2: ໃນກໍລະນີຄູ່ບ່າວສາວ ຕ້ອງການຈົດທະບຽນແຕ່ງດອງຢູ່ຕ່າງປະເທດ ແມ່ນໃຫ້ໄປຍື່ນເອກະສານ ຢູ່ກົມກົງສູນ ກະຊວງການຕ່າງປະເທດ ເພື່ອອອກເອກະສານນໍາສົ່ງໄປຍັງສໍານັກງານຜູ້ຕາງໜ້າຂອງປະເທດຄູ່ບ່າວສາວ ເພື່ອດໍາເນີນການຈົດທະບຽນຕາມລະບຽບການຂອງປະເທດດັ່ງກ່າວ ກໍຖືວ່າສຳເລັດ.

+ໃນກໍລະນີ ບັນດາທ່ານ ຖ້າຫາກມີຂໍ້ມູນ, ມີແຫຼ່ງຂ່າວ ຂະບວນການນາຍໜ້າ ມາຕິດຕໍ່ ຊອກຫາ, ຂົນຂວາຍ, ຕົວະຍົວະ ເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ທີ່ເປັນລັກສະນະແຕ່ງດອງແອບແຝງ ຊ່ວຍຕິດຕໍ່ແຈ້ງເບີສາຍດ່ວນ 1300 ຫຼື ເບີວັອດແອບ 020 22881300 ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຫຼື ຊ່ວຍແຈ້ງເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງທີ່ຢູ່ໃກ້ທີ່ສຸດ ເພື່ອຈະໄດ້ພ້ອມກັນຈັບຕົວຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ ແລະ ຊ່ວຍເຫຼືອຜູ້ທີ່ຈະຕົກເປັນຜູ້ຖືກເຄາະຮ້າຍ ໄດ້ທັນເວລາ.