ການຮ່ວມມືກັບອົງການຈັດຕັ້ງສາກົນ

ພິທີມອບ-ຮັບ ເຮືອນຮົ່ມໄຮໂດຣໂປນິກ ເພື່ອການກະສິກຳ

ພິທີມອບ-ຮັບ ເຮືອນຮົ່ມໄຮໂດຣໂປນິກ ເພື່ອການກະສິກຳ

ໃນຕອນເຊົ້າຂອງວັນທີ 01 ມີນາ 2024 ສູນກາງສະຫະພັນແມ່ຍິງລາວ ແລະ ສະຖານທູດສະຫາລັດອາເມລິກາ ປະຈໍາ ສປປ ລາວ, ພ້ອມທັງອົງການພັດທະນາສາກົນ ສະຫະລັດອາເມລິກາ, ກະຊວງກະສິກຳ ສະຫາລັດອາເມລິກາ ແລະ ອົງການວິນຣ໋ອກສາກົນ ໄດ້ຮ່ວມກັນຈັດພິທີມອບ-ຮັບ ເຮືອນຮົ່ມໄຮໂດຣໂປນິກ ເພື່ອການກະສິກຳ ຢູ່ທີ່ສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ…

ກອງປະຊຸມຄະນະຮັບຜິດຊອບຊີ້ນໍາ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (NPSC) ປະຈໍາປີ 2023

ກອງປະຊຸມຄະນະຮັບຜິດຊອບຊີ້ນໍາ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (NPSC) ປະຈໍາປີ 2023

ໃນວັນທີ 15 ກຸມພາ 2024 ທີ່ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາແຜນງານອາຊຽນ-ອົດສະຕຮາລີ ເພື່ອຕ້ານການຄ້າມະນຸດ (NPSC) ປະຈໍາປີ 2023 ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົຈວ ເເກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳແຜນງານ ອາຊຽນອົດສະຕຣາລີ…

ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ປະຈໍາປີ 2023 ແລະ ທິດທາງແຜນການ 2024

ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ປະຈໍາປີ 2023 ແລະ ທິດທາງແຜນການ 2024

ຢູ່ທີ່ ໂຮງແຮມລາວພຣາຊາ ໃນວັນທີ 30 ມັງກອນ 2024 ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການວີນລ໋ອກສາກົນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາ ພາຍໃຕ້ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ປະຈໍາປີ 2023 ແລະ ທິດທາງແຜນການ 2024 ສໍາລັບສອງແຂວງເປົ້າໝາຍຄື: ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ມີໄຊ…

ກອງປະຊຸມປິດການຈັດຕັ້ງປະຕິບັດກິດຈະກຳໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ

ກອງປະຊຸມປິດການຈັດຕັ້ງປະຕິບັດກິດຈະກຳໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ

ວັນທີ 24 ມັງກອນ 2024, ຢູ່ທີ່ ໂຮງແຮມລາວພາຊາ, ກົມສັງຄົມສົງເຄາະ, ກະຊວງແຮງງານສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມ ປິດການຈັດຕັ້ງປະຕິບັດກິດຈະກຳໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໂດຍການເປັນປະທານຂອງທ່ານ ລີປາວ ຢາງ, ຮອງລັດຖະມົນຕີກະຊວງແຮງງານສະຫວັດດີການສັງຄົມ ແລະ ທ່ານ ໄມເຄິນ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ມີຜູ້ເຂົ້າຮ່ວມ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ 4 ແຂວງ ເປົ້າໝາຍຄື: ນະຄອນຫຼວງວຽງຈັນ,…

ກົມຕຳຫຼວດ 312 ຕ້ອນຮັບການພົບປະ ຂອງ ແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ

ກົມຕຳຫຼວດ 312 ຕ້ອນຮັບການພົບປະ ຂອງ ແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2024, ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ (ກົມ 312), ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ…

Scan the code