ການຮ່ວມມືກັບອົງການຈັດຕັ້ງສາກົນ

ພິທີປິດຝຶກອົບຮົມຄູຝຶກວຽກງານກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດທີ່ ແຂວງຈໍາປາສັກ

ພິທີປິດຝຶກອົບຮົມຄູຝຶກວຽກງານກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດທີ່ ແຂວງຈໍາປາສັກ

ໃນວັນທີ 12 ກໍລະກົດ 2024 ຈັດພິທີປິດຝຶກອົບຮົມວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ, ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ບໍລິຫານໂຄງການສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນຍຸຕິທໍາ ມີຜູ້ເຂົ້າຮ່ວມຈາກບັນດາພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງ, ຄະນະສະຫະພັນແມ່ຍິງແຂວງ, ຂັ້ນພະແນກ…

ຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ ແຂວງຈໍາປາສັກ

ຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ ແຂວງຈໍາປາສັກ

ວັນທີ 08 ກໍລະກົດ 2024 ທີ່ໂຮງແຮມ ຈໍາປາສັກແກຣນ ແຂວງຈໍາປາສັກ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍການເປັນປະທານຂອງ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີທ່ານ ພັອ ວິຊຽນ ດວງຄໍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ແລະ ທ່ານ…

ຊຸດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການໃຫ້ຄໍາປຶກສາ, ການກຳນົດຕົວເບື້ອງຕົ້ນ, ການຄຸ້ມຄອງກໍລະນີ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ຊຸດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການໃຫ້ຄໍາປຶກສາ, ການກຳນົດຕົວເບື້ອງຕົ້ນ, ການຄຸ້ມຄອງກໍລະນີ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການໃຫ້ຄໍາປຶກສາ, ການກຳນົດຕົວເບື້ອງຕົ້ນ, ການຄຸ້ມຄອງກໍລະນີ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂອງສະຫະພັນແມ່ຍິງ 04 ແຂວງ ໃນລະຫວ່າງວັນທີ 25-27 ມິຖຸນາ 2024 ທີ່ເມືອງວັງວຽງ, ແຂວງ ວຽງຈັນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ປອ. ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ…

ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຕິດຕາມຊຸກຍູ້ທາງດ້ານວິຊາການ ວຽກງານຕ້ານການຄ້າມະນຸດ

ກອງປະຊຸມ ແລກປ່ຽນບົດຮຽນ ກ່ຽວກັບ ການຕິດຕາມຊຸກຍູ້ທາງດ້ານວິຊາການ ວຽກງານຕ້ານການຄ້າມະນຸດ

ໃນອາທິດທີ່ຜ່ານມາ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຕິດຕາມຊຸກຍູ້ທາງດ້ານວິຊາການວຽກງານຕ້ານການຄ້າມະ ນຸດ ທີ່ ໂຮງແຮມ ອຳມະລີ, ເມືອງ ວັງວຽງ, ແຂວງວຽງຈັນ; ກ່າວຕ້ອນຮັບ ແລະ ສະເໜີຈຸດປະສົງກອງປະຊຸມ ໂດຍທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດປະຈຳ ສປປ ລາວ, ໂດຍມີຜູ້ເຂົ້າຮ່ວມຈາກ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນໃຫ້ຄຳປຶກສາ…

ກອງປະຊຸມປຶກສາຫາລືກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄລຍະ 2

ກອງປະຊຸມປຶກສາຫາລືກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄລຍະ 2

ໃນວັນທີ 07 ມີນາ 2024, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄລຍະ 2 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ…

Scan the code