ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຜູ້ເກົ່າ ແລະ ຜູ້ໃໝ່ຂື້ນ ໃນວັນທີ 23 ພຶດສະພາ 2024 ທີ່ສະໂມສອນກົມໃຫຍ່ຕຳຫຼວດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຕາງໜ້າຫ້ອງການ ກົມໃຫຍ່ຕຳຫຼວດ, ຄະນະກົມ-ຄະນະພະແນກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເຂົ້າຮ່ວມ.

ໃນພິທີ ພັທ ສົມສັກ ອະໄພຍະວົງ ຄະນະຈັດຕັ້ງພິທີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 751/ປກສ, ລົງວັນທີ 27 ມີນາ 2024 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃນນັ້ນໄດ້ຍົກຍ້າຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ແລະ ແຕ່ງຕັ້ງ ພົຈວ ລັດສະໝີ ໄຊຍະຄຳ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ມາຮັບໜ້າທີ່ໃໝ່ເປັນຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ແຕ່ງຕັ້ງ ພັອ ກິແກ້ວ ຈັນທະລັງສີ ເປັນຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ (ຜູ້ໃໝ່). ນອກນັ້ນໃນພິທີ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.

ຫຼັງຈາກນັ້ນກໍ່ໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ ຢ່າງເປັນທາງການ ໂດຍຊ່ອງໜ້າ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ແລະ ແຂກທີ່ຖືກເຊີນ ເພື່ອເປັນສັກຂີພະຍານ.

ໂອກາດດັ່ງກ່າວ, ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ຂອງຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຜູ້ເກົ່າ ທີ່ປະຕິບັດໜ້າທີ່ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຜູ້ໃໝ່ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີອັນເປັນປຶກແຜ່ນພາຍໃນໝູ່ຄະນະ, ນອກນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມຕົ້ນຕໍທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ກໍຄື ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຕ້ອງສຸມໃສ່ເຮັດໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງພາຍໃນກົມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບທາງການເມືອງຂອງຕົນຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສາມັກຄີຮ່ວມແຮງ ຮ່ວມໃຈກັນບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ.

ຂ່າວ-ພາບ: ສອນເພັດ ໄຊຍະສິ

Scan the code