ໃນວັນທີ່14 ທັນວາ 2023 ທີ່ ວິທະຍາຄານ ຕໍາຫຼວດປະຊາຊົນ ສສ ຫວຽດນາມ ໄດ້ຈັດພິທີປິດຝຶກອົບຮົມໄລຍະສັ້ນ 45 ວັນ, ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ ພະນັກງານຈາກກະຊວງປ້ອງກັນຄວາມສະຫງົບລາວ 10 ສະຫາຍ, ຍິງ 02 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ຮອງສາດສະດາຈານ ປະລິນຍາເອກ ເຈີ່ນ ກວາງຫຽ່ນ, ຮອງອຳນວຍການ ວິທະຍາຄານຕຳຫຼວດ ປະຊາຊົນ ສສຫວຽດນາມ, ທ່ານ ພັອ ຄອນສີ ເນົາວະລາດ ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈໍາ ສສ ຫວຽດນາມ, ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ, ມີຄູອາຈານ, ແຂກທີ່ຖືກເຊີນ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ທ່ານ ພັອ ຮອງສາດສະດາຈານ ປະລິນຍາເອກ ເຈີ່ນ ກວາງຫຽ່ນ, ຮອງອຳນວຍການ ວິທະຍາຄານ ຕໍາຫຼວດປະຊາຊົນ ສສ ຫວຽດນາມ ໄດ້ສະຫລຸບຜົນງານດ້ານດີ, ດ້ານອອ່ນ ຕະຫລອດໄລຍະຝຶກອົບຮົມ 45 ວັນ, ເຖິ່ງແມ່ນວ່າໄລຍະເວລາຝຶກອົບຮົມມີເວລາສັ້ນ, ສະພາບດິນຟ້າອາກາດ, ການສື່ສານທາງດ້ານພາສາທີ່ແຕກຕ່າງກັນ ມັນບໍ່ໄດ້ເປັນອຸປະສັກໃນການສຶກສາຮໍ່າຮຽນ ບັນດານັກສຳມະນາກອນກໍ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນຍາດແຍງເອົາຄວາມຮູ້ຈາກຄູອາຈານ, ມີການສົນທະນາແລກປ່ຽນບົດຮຽນ ລະຫວ່າງທິດສະດີ ແລະ ການຈັດຕັັ້ງປະຕິບັດຕົວຈິງ, ວິທີການ, ເລ່ລ່ຽມຂອງຜູ້ຄ້າມະນຸດ, ການຊ່ວຍເຫລືອເອົາຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດ, ການປ້ອງກັນສະກັດກັ້ນການຄ້າມະນຸດລວມໄປເຖິງການຮ່ວມມືສາກົນ ແລະ ພາກພື້ນ ເພື່ອແກ້ໄຂບັນຫາການຄ້າມະນຸດ, ນອກນັ້ນຍັງໄດ້ສອບເສັງເພື່ອປະເມີນຄວາມໝາຍຮູ້ ແລະຄວາມເຂົ້າໃຈຂອງນັກສຶກສາ, ສາມາດຍາດໄດ້ຜົນງານຄື: ປະເພດດີເດັ່ນມີ 01 ສະຫາຍ, ປະເພດດີມີ 09 ສະຫາຍ ແລະ ຍັງໄດ້ມອບໃບຢ້ງຢືນໃຫ້ນັກສຳມະນາກອນອີກດ້ວຍ.

Scan the code