ໃນອາທິດທີ່ຜ່ານມາ ທີ່ໂຮງແຮມ ເອັດ ວັງວຽງ ແຂວງ ວຽງຈັນ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍການເປັນປະທານຮ່ວມຂອງ ທ່ານ ພັອ ຄໍາຟອງ ວົງດາລາແສນ ຮອງກອງບັນຊາການ ປກສ ແຂວງ ວຽງຈັນ, ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງໃຫ້ເຄື່ອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນຍຸຕິທໍາ ມີບັນດາພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງ,ຮອງສະຫະພັນແມ່ຍິງແຂວງ, ຂັ້ນພະແນກ ແລະ ວິຊາການຈາກ ແຂວງ ວຽງຈັນ, ໄຊສົມບູນ, ໄຊຍະບູລີ, ບໍລິຄໍາໄຊ; ນະຄອນຫຼວງວຽງຈັນ ແລະ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ເຂດ ພິເສດ ສາມຫຼ່ຽມຄໍາ ເຂົ້າຮ່ວມ ລວມຈໍານວນທັງໝົດ 48 ຄົນ, ຍິງ 20 ຄົນ.

ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ຶຶອເປັນການຝຶກອົບຮົມການນໍາໃຊ້ຄູ່ມືຝຶກອົບຮົມວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສໍາລັບຄູຝຶກ ໃຫ້ແກ່ເຈົ້າໜ້າທີ່ ປກສ ແຂວງ ແລະ ສະຫະພັນແມ່ຍິງແຂວງ ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານການເປັນຄູຝຶກ, ຄວາມຮູ້ທົ່ວໄປກ່ຽວກັບສະພາບການຄ້າມະນຸດ, ສົນທິສັນຍາ, ກົດໝາຍທີ່ພົວພັນແລະ ນິຕິກໍາທີ່ກ່ຽວຂ້ອງ ກ່ຽວກັບການຕ້ານການຄ້າມະຸນດ ແລະ ການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເປັນຕົ້ນ ແມ່ນເຕັກນີກການສໍາພາດ ເຊິ່ງການຝຶກອົບຮົມດັ່ງກ່າວມີກິດຈະກໍາ ຖາມ-ຕອບ, ທົບທວນບົດຮຽນ ແຕ່ລະບົດ, ທົດລອງການສ້າງບົດນໍາສະເໜີ ແລະ ສາທິດການສໍາພາດຜູ້ຖືກສົງໃສຕົວຈິງ ພ້ອມນັ້ນຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ການຝຶກອົບຮົມແມ່ນດໍາເນີນເປັນເວລາ 05 ວັນ, ວັນທີ 02-06 ກໍລະກົດ 2024.

ມາຮອດຕນຍແລງຂອງວັນທີ 06 ກັນຍາ 2024 ການຈັດຝຶກອົບຮົມຄູຝຶກໄດ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ ຈາກນັ້ນກໍ່ໄດ້ມີການມອບ ໃບຢັ້ງຍືນໃຫ້ແກ່ຜູ່ເຂົ້າຮ່ວມ ກ່າວມອບໂດຍ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ພ້ອມນັ້ນ ທ່ານໄດ້ມີຄໍາເຫັນ ແລະ ກ່າວປິດຢ່າງເປັນທາງການ.

ຂ່າວ+ພາບ: ແສງທິບ ພີມພະວົງ

Scan the code