ໃນລະຫວ່າງວັນທີ 29 ກໍລະກົດ ຫາ ວັນທີ 01 ສິງຫາ 2025 ກົມສະກັດກັ້ນ, ຕ້ານຢາເສບຕິດ ແລະ ອາຊະຍາກຳ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ ເປີດຊຸດຝຶກອົບຮົມ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ກຳລັງຕຳຫຼວດປະຊາຊົນ ສປປ ລາວ ທີ່ ໂຮງແຮມໄຊງ່ອນກວາງບິ່ງ, ເມືອງ ດົ່ງເຫີຍ, ແຂວງ ກວາງຈິ, ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ພົຈວ ໂດ້ງ້ອກແກ້ງ ຫົວໜ້າກົມສະກັດກັ້ນ, ຕ້ານຢາເສບຕິດ ແລະ ອາຊະຍາກຳ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ມີ ທ່ານ ນາງ ເຈນ ແພຼຣ໋ອດ (Jane Parrott) ຫົວໜ້າອົງການຕາງໜ້າ ກົມຮ່ວມມືສາກົນ ກະຊວງພາຍໃນປະເທດອັງກິດ (ສະຖານທູດອັງກິດປະຈຳຢູ່ຮ່າໂນ່ຍ ສສ ຫວຽດນາມ), ມີ ທ່ານ ພັທ ສັນຕິພາບ ດາລີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກອງບັນຊາການທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສປປ ລາວ ແລະ ຄູອາຈານຈາກວິທະຍາຄານຕໍາຫຼວດປະຊາຊົນ ສສ ຫວຽດນາມ ເຂົ້າຮ່ວມ.

ເພື່ອເປັນການຜັນຂະຫຍາຍບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລະຫວ່າງ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມສະກັດກັ້ນ, ຕ້ານຢາເສບຕິດ ແລະ ອາຊະຍາກຳ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ໄດ້ລົງນາມກັນໃນຄັ້ງວັນທີ 15 ພະຈິກ 2024, ທີ່ນະຄອນຫຼວງຮ່າໂນ່ຍ, ສສ ຫວຽດນາມ ເຊິ່ງເປັນຊຸດທໍາອິດຂອງປີ 2025 ທີ່ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສປປ ລາວ ໄດ້ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນວິຊາສະເພາະ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທີ່ ສສ ຫວຽດນາມ ໂດຍນັກສໍາມະນາກອນ ໄດ້ມີທັດສະນະແລກປ່ຽນວັດທະນະທໍາ ແລະ ຄົ້ນຄວ້າກ່ຽວກັບບົດຮຽນຕ້ານການຄ້າມະນຸດຄື: ສະພາບການຄ້າມະນຸດໃນພາກພື້ນ ແລະ ສາກົນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຮູບແບບ ແລະ ລັກສະນະຂອງການຄ້າມະນຸດ, ການກໍານົດຕົວຜູ້ຖືກເຄາະຮ້າຍ, ທັກສະໃນການສືບສວນ-ສອບສວນຄະດີຄ້າມະນຸດ, ການເກັບກໍາຮັກສາຂໍ້ມູນຫຼັກຖານທາງດ້ານດີຈີຕ້ອນ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການຮ່ວມມືສາກົນ. ນອກນັ້ນຍັງໄດ້ສ້າງກຸ່ມສົນທະນາແລກປ່ຽນບົດຮຽນກ່ຽວກັບກໍລະນີສຶກສາຂອງການຄ້າມະນຸດ.

ຂ່າວ-ພາບ: ສອນເພັດ ໄຊຍະສິດ