ວັນທີ 27 ມີນາ 2024 ທີ່ໂຮງແຮມ ລາວພຣາຊ໋າ ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 38, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຮູບແບບເຊິ່ງໜ້າ ແລະ ແບບອອນລາຍ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ພັທ ວັນປະດິດ ຈັນທະວົງ, ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ. ໃນນາມຫົວໜ້າຄະນະສະເພາະກິດ ສປປ ລາວ ຮັບຜິດຊອບວຽກງານຕ້ານການຄ້າມະນຸດ, ໃນກອງປະຊຸມປະກອບມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຕີມໍ ເລດສເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ. ພິເສດແມ່ນສໍານັກງານຜູ້ຕາງໜ້າຖາວອນອົດສະຕຣາລີ ປະຈໍາອາຊຽນ ກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານກ່ຽວກັບຄວາມຄືບໜ້າ ແລະ ທິດທາງແຜນການໃນຕໍ່ໜ້າຂອງແຜນງານອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານການຄ້າມະນຸດໃນພາກພື້ນ, ຮັບຟັງການລາຍງານ ຈາກປະເທດສະມາຊິກອາຊຽນ ກ່ຽວກັບຄວາມພະຍາຍາມ, ຍຸດທະສາດ ແລະ ບົດຮຽນ ໃນການຕ້ານການຄ້າມະນຸດ ໃນໄລຍະ 1 ປີຜ່ານມາ. ພ້ອມດຽວກັນນີ້ ຄະນະຜູ້ແທນກອງປະຊຸມຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນງານກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ.

ກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ແມ່ນກົນໄກທີ່ສຸມໃສ່ຮ່ວມມືຂັ້ນປະຕິບັດກົດໝາຍ ແລະ ເນື້ອໃນຜົນກອງປະຊຸມດັ່ງກ່າວແມ່ນຈະຖືກນໍາໄປລາຍງານ ທີ່ກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ 20 ພາຍໃຕ້ການເປັນປະທານຂອງ ປະເທດ ຟີລິບປິນ.

ສປປ ລາວ ໃນນາມປະທານ ໄດ້ສະເໜີໃຫ້ກອງປະຊຸມພິຈາລະການການທົບທວນຄືນເອກະສານພາລະບົດບາດຂອງກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ໂດຍສະເພາະແມ່ນບົດບາດ ແລະ ໜ້າທີ່ຂອງຈຸດປະສານງານກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ເພື່ອໃຫ້ສອດຄ່ອງກັບສະພາບການຮ່ວມມືແກ້ໄຂບັນຫາການຄ້າມະນຸດໃນປັດຈຸບັນ, ເຊິ່ງກອງປະຊຸມໄດ້ເປັນເອກະພາບກັນໃນການທົບທວນຄືນເອກະສານພາລະບົດບາດ ແລະ ດໍາເນີນໄປດ້ວຍໝາກຜົນສໍາເລັດຢ່າງຈົບງາມຕາມລະດັບຄາດໝາຍ.

ຂ່າວ + ພາບ: ທິດາ ສິດທິໄຊ

Scan the code