ໃນວັນທີ 25 ກັນຍາ 2024, ກົມສັງຄົມສັງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ອົງການວິນຣ໋ອກສາກົນ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບປິດການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ສຳລັບ ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ ໂດຍການເປັນປະທານ ທ່ານ ລີປ່າວ ຢາງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ຮອງລັດຖະມົນຕີ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ແລະ ທ່ານ ໄມເຄິລ ຊິບເຟີ້ ຜູ້ບໍລິຫານ ຂົງເຂດພາກພື້ນອາຊີ, ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ ປະຈຳ ນັກນັກງານໃຫຍ່ ວໍຊິງຕັນ ດີຊີ, ມີຂັ້ນສຸນກາງ, ຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ 70 ທ່ານ, ຍິງ 25 ທ່ານ.

ທ່ານ ລີປ່າວ ຢາງ ໄດ້ກ່າວໂຄງການລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມັງກອນ 2023 ຫາ ເດືອນ ກັນຍາ 2024 ເຊີ່ງເປັນໂຄງການຮ່ວມມື ລະຫວ່າງກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເຊີ່ງຕ່າງໜ້າໂດຍ: ກົມສັງຄົມສັງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການວິນຣ໋ອກສາກົນປະຈຳ ສປປ ລາວ, ເຊິ່ງເປັນສ່ວນໜື່ງເຂົ້າໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນໄລຍະ III ນັບແຕ່ປີ 2021 – 2025 ໃຫ້ເປັນຮູບປະທໍາຕົວຈິງ, ບັນຫາການຄ້າມະນຸດເປັນບັນຫາອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງ ແລະ ດຳເນີນການດ້ວຍຫຼາຍຮູບແບບ, ຫຼາຍວິທີການ ມີລັກສະນະເຄື່ອນຍ້າຍຂ້າມຊາດ, ເຄື່ອນໄຫວລັກສະນະສັບຊົນ, ສະຫຼັບຊັບຊອ້ນ ເຊິ່ງທຸກຄົນສາມາດຕົກເປັນເຫຍື່ອຂອງການຄ້າມະນຸດ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ດ້ານຮ່າງກ່າຍ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ ເປັນປະກົດການຫຍໍ້ທໍ້ໜື່ງທີ່ເກີດໃນສັງຄົມ. ໃນໄລຍະຜ່ານມາ ບັນດາຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ດ້ວຍຫຼາຍວິທີການ ເຊັ່ນ: ການໂຄສະນາປູກຈິດສຳນືກໃຫ້ທົ່ວສັງຄົມ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ່ປະຕິບັດວຽກງານຕົວຈິງ, ການບັງຄັບໃຊ້ກົດໝາຍ ນຳເອົາຜູ້ກຳທໍາຜິດມາລົງໂທດຕາມກົດໝາຍໄດ້ຫຼາຍຂື້ນ.

ກອງປະຊຸມດັ່ງກ່າວ ໄດ້ມີຕ່າງໜ້າແຕ່ລະພາກສ່ວນ ນໍາສະເໜີຜົນໄດ້ຮັບຂອງການປະເມີນທ້າຍໂຄງການ, ຜົນສໍາເລັດການຈັດຕັ້ງປະຕິບັດກິດຈະກຳໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ສຳລັບ ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ ໃນໄລຍະ 1 ປີ 8 ເດືອນ ແລະ ການນຳໃຊ້ງົບປະມານ ( ແຕ່ເດືອນ ມັງກອນ 2023 – ກັນຍາ 2024 ), ປະກອບຄໍາເຫັນລວມຕໍ່ການຈັດຕັ້ງປະຕິບັດໂຄງການ ແລະ ຂໍ້ສະເໜີແນະນໍາຂອງໂຄງການ, ຮັບຊົມວີດີໂອຄວາມສຳເລັດຂອງໂຄງການ.

ໃນຕອນທ້າຍ ທ່ານ ລີປ່າວ ຢາງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ຮອງລັດຖະມົນຕີ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກັບບັນດາທ່ານຄະນະຊີ້ນໍາໂຄງການ, ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຜູ້ໃຫ້ທຶນ ທີ່ໄດ້ຕັ້ງໜ້າ ແລະ ໃຊ້ຄວາມພະຍາຍາມພໍສົມຄວນ ເພື່ອຈັດຕັ້ງປະຕິບັດກິດຈະກໍາໂຄງການ ແລະ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ສະນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ສືບຕໍ່ ປັບປຸງບົດລາຍງານຜົນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດໂດຍໄວ ເພື່ອສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງ ແຜນການ ແລະ ການລົງທຶນ ຕາມລະບຽບການຄຸ້ມຄອງໂຄງການ.

ນອກຈາກນັ້ນ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໄພນຳ້ຖ້ວມທີ່ເກີດຂື້ນຢູ່ ສປປ ລາວ ຮັບໂດຍທ່ານ ລີປ່າວ ຢາງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ຮອງລັດຖະມົນຕີ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ.

ຂ່າວ-ພາບ: ຮທ ນາງ ໂຕ່ນີ້ ຫຼ້າມີໄຊ

Scan the code