ໃນວັນທີ 22-23 ກຸມພາ 2024 ທີ່ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ຮ່ວມກັບ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ,ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມ ການຈັດຕ້ັ້ງປະຕິບັດສົນທິສັນຍາ ແລະ ກົດໝາຍ,ນິຕິກໍາໃຕ້ກົດໝາຍຂອງ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ມີຜູ້ຕາງໜ້າຈາກ ພະແນກການຕ່າງປະເທດແຂວງ, ຂະແໜງການປ້ອງກັນຄວາມສະຫງົບ ແລະ 3 ອົງການຈັດຕັ້ງມະຫາຊົນຂອງແຕ່ລະເມືອງພາຍໃນແຂວງໄຊຍະບູລີ ມີບັນດານັກວິທະຍາກອນທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນໃຫ້ຄໍາປຶກສາ ປົກປ້ອງແມ່ຍິງ-ເດັກນ້ອຍ,ສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງໃຫ້ແກ່ພະນັກງານສາຍຕັ້ງ ຂອງກະຊວງການຕ່າງປະເທດ ພະແນກການຕ່າງປະເທດແຂວງ, ຂັ້ນເມືອງຂອງແຂວງໄຊຍະບູລີ ກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ໃນວຽກງານຕ້ານການຄ້າມະນຸດ ໂດຍສະເພາະວຽກງານການຮ່ວມມືຮ່ມກັບສາກົນ, ສອງຝ່າຍ, ສາມຝ່າຍ ແລະ ຫຼາຍຝ່າຍ ແລະ ການປະຕິບັດບັນດານິຕິກໍາຕ່າງໆທີ່ໄດ້ກໍານົດໄວ້, ໂດຍສຸ່ມໃສ່ວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍຖຶເອົາຜູ້ຖືກເຄາະຮ້າຍເປັນໃຈກາງໃນການດໍາເນີນຄະດີ, ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ກົນໄກການປະສານງານລະຫວ່າງພາກສ່ວນ ທີ່ກ່ຽວຂ້ອງຂອງ ສ້າງເຄືອຂ່າຍການຕິດຕໍ່ ແຕ່ສູນກາງຮອດທ້ອງຖີ່ນ, ເພື່ອເຮັດໃຫ້ການປະສານງານໃນການປະຕິບັດໜ້າທີ່ໃນແຕ່ລະຂັ້ນໃຫ້ມີຄວາມວ່ອງໄວ, ທັນເຫດການ, ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ.

ໃນກອງປະຊຸມສຳມະນາຄັ້ງນີ້, ນັກວິທະຍາກອນຍັງໄດ້ຍົກໃຫ້ເຫັນເຖິງ ສະພາບລວມຂອງຂະບວນການຄ້າມະນຸດໃນ ສປປ ລາວ ແລະ ສາກົນ ຊຶ່ງເປັນໜຶ່ງໃນອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ທີ່ຮ້າຍແຮງ ແລະ ເປັນໄພຂົ່ມຂູ່ແກ່ມວນມະນຸດ, ເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະນຸດ. ການຄ້າມະນຸດ ແມ່ນມີຫຼາຍຮູບແບບ, ຫຼາຍວິທີການ, ໂດຍມີຈຸດປະສົງຕົ້ນຕໍ ແມ່ນເພື່ອຂູດຮີດແຮງງານ ແລະ ຂູດຮີດທາງເພດ. ເພື່ອຕອບໂຕ້ ໄພຂົ່ມຂູ່ດັ່ງກ່າວ ລັດຖະບານລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ໂດຍໄດ້ມີນະໂຍບາຍດ້ານງົບປະມານຈໍານວນຫຼວງຫຼາຍ ໃນແຕ່ລະປີ ແລະ ກໍານົດການຄ້າມະນຸດເປັນການກະທຳຜິດທາງອາຍາຕາມປະມວນກົດໝາຍອາຍາ ແລະ ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ; ແລະ ພວມຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະທີ III ແຕ່ປີ 2021-2025.

Scan the code