ໃນວັນທີ 23 ມັງກອນ 2024 ຢູ່ທີ່ສະໂມສອນກົມໃຫ່ຍຕໍາຫຼວດ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມ ເຜີຍແຜ່ຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາເອກະສານທີ່ກ່ຽວຂ້ອງ ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍຄັ້ງທີ່ III ຂອງໜ່ວຍພັກຮາກຖານກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍການເປັນປະທານຂອງທ່ານ ພັອ ລັດສະໝີ ໄຊຍະຄໍາ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມີຄະນະກົມ, ຮອງກົມ ຫົວໜ້າຈຸ, ຮອງຈຸ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່ ເຊື່ອມຊືມ, ຄໍາສັ່ງແນະນໍາການຈັດຕັ້ງປະຕິບັດຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບເລກທີ່ 4788/ກມປສ, ລົງວັນທີ 06 ຕຸລາ 2023 ແລະ ແຜນການກະກຽມດໍາເນີນກອງປະຊຸມໃຫ່ຍຄັ້ງທີ III ຂອງໜ່ວຍພັກຮາກຖານ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເລກທີ 10 /ໜພ.ກສມ, ລົງວັນທີ 11 ມັງກອນ 2024 ໂດຍໄດ້ວາງຈຸດປະສົງ ຄາດໝາຍຄື:

1. ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຂອງໜ່ວຍພັກຮາກຖານ, ດໍາເນີນຖືກຕ້ອງຕາມກົດລະບຽບຂອງພັກ, ຮັບປະກັນການຊີ້ນໍາ-ນໍາພາຂອງຄະນະພັກຂັ້ນເທິງບັນລຸຜົນສໍາເລັດຈົບງາມ.

2. ເພື່ອກວດກາຕີລາຄາການຈັດຕັ້ງປະຕິບັດກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ພ້ອມທັງກໍານົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານໃນ 05 ປີຕໍ່ໜ້າໃຫ້ຖຶກຕ້ອງສອດຄ່ອງກັບສະພາບຕົວຈິງ.

3. ຊຸກຍູ້ຂະບວນການແຂ່ງຂັນວຽກງານຮອບດ້ານທີ່ໜ່ວຍພັກຮາກຖານ, ຄະນະພັກຮາກຖານຂອງຕົນວາງອອກ, ປຸກລະດົມສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ, ສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ່ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກົມໃຫ່ຍຕໍາຫຼວດ, ຂໍ່ານັບຮັບຕ້ອນວ້າສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ.

4. ເພື່ອໃຫ້ໜ່ວຍພັກຮາກຖານ ກະກຽມດໍາເນີນກອງປະຊຸມໃຫ່ຍ ແລະ ກະກຽມບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອປະກອບເຂົ້າໃນກົງຈັກການຈັດຕັ້ງພັກ, ປັບປຸງປົວແປງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສ້າງຂະບວນການ ຂໍ້ແຂ່ງຂັນດ້ານຕ່າງໆ ເພື່ອປະຕິບັດຄໍາຂັວນຂອງໜ່ວພັກກົມຕໍາຫຼວດສະກັດກັ້ນ

ແລະ ຕ້ານການຄ້າມະນຸດວາງໄວ້ຄື: ສົ່ງເສີມ 03 ດ້ານ, ຕ້ານ 02 ຕວົະ.

* ສົ່ງເສີມ 03 ດ້ານ

– ສົ່ງເສີມດ້ານການເປັນມືອາຊີບ

– ສົ່ງເສີມດ້ານແບບແຜນ

– ສົ່ງເສີມດ້ານຄວາມຮັບຜິດຊອບ

* ຕ້ານ 02 ຕົວະ

– ຕ້ານການຕົວະຫຼອກລວງເອົາແມ່ຍິງລາວໄປແຕ່ງດອງແອບແຝງ

– ຕ້ານການຕົວະຍົວະຫຼອກລວງໄປອອກແຮງງານໂດຍສະເໜີຜົນຕອບແທນທີ່ສູງ

Scan the code