
ສະກັດກັ້ນກຸ່ມນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ
ໃນວັນທີ 13 ມັງກອນ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ ໄດ້ສະກັດກັ້ນ ແລະ ຊ່ວຍເຫຼືອ ຍິງສາວລາວ ຈຳນວນ 05…
ກອງປະຊຸມ ຄະນະປະຕິບັດງານ (RTF) ແລະ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT) ຄັ້ງທີ 16
ໃນລະຫວ່າງວັນທີ 09-13 ທັນວາ 2024 ນີ້, ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ສປປ ລາວ ໄດ້ນໍາພາຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມຄະນະປະຕິບັດງານ (RTF) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT)…
ພິທີລົງນາມ ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລະຫວ່າງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫຼວດ,ກະຊວງປ້ອງກັນຄວາມສະຫງົບ ສປປລາວ ແລະ ກົມສະກັດກັ້ນ, ຕ້ານຢາເສບຕິດ ແລະ ອາສະຍາກໍາ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ.
ໃນຕອນເຊົ້າຂອງວັນທີ 15 ພະຈິກ 2024 ທີ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ຄະນະຝ່າຍລາວນໍາໂດຍ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ສປປລາວ ພ້ອມດ້ວຍຄະນະ, ແລະ…
ພິທີປິດຊຸດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດ
ຊຸດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ສຳເລັດລົງຢ່າງຈົບງາມ ໃນຕອນເຊົ້າຂອງວັນທີ 31 ຕຸລາ 2024 ຢູ່ທີ່ສະໂມສອນກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງຫົວພັນ, ໃຫ້ກຽດເຂົ້້າຮ່ວມມີ ທ່ານ ພັທ ນາງ ສິດທິເດດ ພຸດທະພັນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ…
