ວັນທີ 9 ກໍລະກົດ 2024 ທີ່ ໂຮງແຮມ ຈໍາປາສັກແກຣນ ແຂວງ ຈໍາປາສັກ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດກອງປະຊຸມແລກປ່ຽນຄໍາຄິດເຫັນ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງໃຫ້ເຄື່ອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນຍຸຕິທໍາ ມີຮອງຫົວໜ້າພະແນກ ຖວທ ແຂວງຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຮອງຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ, ແມ່-ເດັກ, ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຮອງຫົວໜ້າກົມສື່ມວນຊົນ ແລະ ຮອງອະທິການບໍດີ ມະຫາວິທະຍາໄລຈໍາປາສັກ ພ້ອມດ້ວຍ ພະແນກກ່ຽວຂ້ອງຂອງແຂວງ ແລະ ນັກສຶກສາມະຫາວິທະຍາໄລຈໍາປາສັກ ເຂົ້າຮ່ວມ ຈໍານວນຜູ້ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 25 ທ່ານ.

ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດຕໍ່ກັບການປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເຖິງຜົນຮ້າຍຂອງການຄ້າມະນຸດເວົ້າລວມ, ເວົ້າສະເພາະ ແມ່ນວຽກງານສື່ມວນຊົນຂອງພວກເຮົາໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງບົນພື້ນຖານການປະສານສົມທົບຮ່ວມມືກັບຫຼາຍພາກສ່ວນ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆທີ່ກ່ຽວຂ້ອງ ເພື່ອນໍາເອົາແນວທາງນະໂຍບາຍ-ກົດໝາຍຂອງລັດຕໍ່ກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຫັນລົງສູ່ຊຸມຊົນທ້ອງຖິ່ນ ກຸ່ມເປົ້າໝາຍໃຫ້ທົ່ວເຖິງ ທັງນີ້ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໃຫ້ມີສະຕິລະວັງຕົວກັບເລ່ລ່ຽມກົນອຸບາຍຂອງພວກຄົນບໍ່ດີເປັນຕົ້ນ ແມ່ນຂະບວນການຄ້າມະນຸດຢູ່ພາຍໃນ ແລະ ຕ່າງປະເທດ ນອກຈາກນັ້ນ ກໍ່ມີການແລກປ່ຽນຄວາມຄິດເຫັນ ກ່ຽວກັບບົດບາດ ແລະ ໜ້າທີ່ຂອງສື່ມວນຊົນຕໍ່ກັບວຽກງານຕ້ານການຄ້າມະນຸດ, ຊ່ອງທາງຕິດຕໍ່ຂໍຄວາມຊ່ວຍເຫຼືອ ຫຼື ສາຍດ່ວນ ໃນການຊ່ວຍເຫຼືອຜູ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ມາດຕະການທາງອາຍາຕໍ່ຜູ້ກະທໍາຜິດການຄ້າມະນຸດ ພາຍໃນກອງປະຊຸມກໍ່ຍັງມີກິດຈະກໍາ ຖາມ-ຕອບ (ແຈກຂອງລາງວັນ) ໃຫ້ຜູ້ເຂົ້າຮ່ວມ.

Scan the code