ໃນອາທິດທີ່ຜ່ານມາ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຕິດຕາມຊຸກຍູ້ທາງດ້ານວິຊາການວຽກງານຕ້ານການຄ້າມະ ນຸດ ທີ່ ໂຮງແຮມ ອຳມະລີ, ເມືອງ ວັງວຽງ, ແຂວງວຽງຈັນ; ກ່າວຕ້ອນຮັບ ແລະ ສະເໜີຈຸດປະສົງກອງປະຊຸມ ໂດຍທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດປະຈຳ ສປປ ລາວ, ໂດຍມີຜູ້ເຂົ້າຮ່ວມຈາກ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ແລະ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ ມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 13 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ມີການທົບທວນຄືນກ່ຽວກັບການຝຶກອົບຮົມການຕິດຕາມຊຸກຍູ້ທາງດ້ານວິຊາການວຽກງານຕ້ານການຄ້າມະນຸດ ທີ່ໄດ້ຈັດຂຶ້ນໃນທ້າຍປີ 2023 ທີ່ຜ່ານມາ, ຜູ້ເຂົ້າຮ່ວມແຕ່ລະພາກສ່ວນ ໄດ້ມີການແລກປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາ ໂດຍໄດ້ຜັດປ່ຽນກັນຂຶ້ນນຳສະເໜີກ່ຽວກັບຜົນໄດ້ຮັບຂອງການລົງຕິດຕາມຊຸກຍູ້ໃນຂະແໜງການຂອງຕົນ ເປັນຕົ້ນແມ່ນບົດຮຽນຈາກການລົງຕິດຕາມຊຸກຍູ້ການປະຕິບັດແຜນງານແຫ່ງຊາດ, ດຳລັດ 245 ຂອງກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ການຕິດຕາມຊຸກຍູ້ການດຳເນີນຄະດີ ແລະ ເກັບກຳຂໍ້ມູນສະຖິຕິຄະດີ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ, ການຕິດຕາມຊຸກຍູ້ວຽກງານການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຊຶ່ງໄດ້ຍົກໃຫ້ເຫັນສິ່ງທີ່ພົ້ນເດັ່ນ, ສິ່ງທ້າທາຍ ແລະ ວິທີແກ້ໄຂ ເພື່ອປັບປຸງການຕິດຕາມຊຸກຍູ້ໃນຄັ້ງຕໍ່ໄປໃຫ້ດີຂຶ້ນ, ໄດ້ປຶກສາຫາລືກ່ຽວກັບເຄື່ອງມືເພື່ອນຳໃຊ້ເຂົ້າໃນການຕິດຕາມຊຸກຍູ້ ເປັນຕົ້ນແມ່ນເຄື່ອງມືທາງດ້ານເອກະສານຕ່າງໆທີ່ມີຢູ່ແລ້ວ ເພື່ອນຳມາໃຊ້ໃຫ້ສອດຄ່ອງກັບວິທີການໃນການຕິດຕາມຊຸກຍູ້ທາງດ້ານວິຊາການ. ນອກຈາກນັ້ນໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມແຕ່ລະພາກສ່ວນແມ່ນໄດ້ຮ່າງແຜນການຕິດຕາມຊຸກຍູ້ ແລະ ໄດ້ນຳສະເໜີແຜນການຕິດຕາມຊຸກຍູ້ໃນຄັ້ງຕໍ່່ໄປຂອງຂະແໜງການຂອງຕົນ ໃນກອງປະຊຸມດັ່ງກ່າວ ທັງນີ້ກໍ່ເພື່ອເຮັດໃຫ້ການຕິດຕາມຊຸກຍູ້ວຽກງານຕ້ານການຄ້າມະນຸດຂອງແຕ່ລະພາກສ່ວນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.

Scan the code