ໃນທ້າຍອາທິດທີ່່ຜ່ານມາ ຄະນະໜ່ວຍຊາວໜຸ່ມກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຈັດພິທີປິດການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂື້ນທີ່ເດີ່ນບານເຕະ ວິກຕໍຣີ, ໂດຍການເຂົ້າຮ່ວມຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຕາງໜ້າຫ້ອງການເມືອງ ກົມໃຫຍ່ຕຳຫຼວດ, ນາຍ ແລະ ພົນຕຳຫຼວດທົ່ວກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເຂົ້າຮ່ວມຢ່າງພ້ອມພຽງ.

ການສ້າງຂະບວນການໃນຄັ້ງນີ້ ແມ່ນໄດ້ດໍາເນີນມາແຕ່ວັນທີ 25 ເມສາ 2024 ມາຈົນເຖິງ ວັນທີ 31 ພຶດສະພາ 2024 ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊື່ນເຊີ່ງສະແດງເຖິງ ມິດຕະພາບ, ໄມຕີຈິດ, ນໍ້າໃຈນັກກິລາ ຂອງບັນດາຜູ້ເຂົ້າຮ່ວມ ແລະ ນັກກິລາທຸກທ່ານ ເພື່ອເປັນການຜັນຂະຫຍາຍທິດຊີ້ນຳ ຂອງຄະນະພັກ-ຄະນະກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນການມອບໝາຍໃຫ້ແຕ່ລະພະແນກ ແລະ ອົງການຈັດຕັ້ງມະຫາຊົນ ຈັດຕັ້ງຂະບວນການເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ. ສະນັ້ນໜ່ວຍຊາວໜຸ່ມຂອງກົມຕຳຫຼວດ 312 ຈື່ງໄດ້ ຈັດຂະບວນການແຂ່ງຂັນກິລາຂື້ນ 04 ປະເພດຄື: ການແຂ່ງຂັນພິມເອກະສານໄວ, ການແຂ່ງຂັນເຕັກນິກການແຕ່ງເອກະສານ, ການແຂ່ງຂັນເປຕັງ ແລະ ການແຂ່ງຂັນບານເຕະຊາຍ-ຍິງ, ຄັ້ງນີ້ກໍເພື່ອທົບສອບຄວາມຮູ້ຄວາມສາມາດຂອງພະນັກງານ-ນັກຮົບ ພາຍໃນກົມກອງ ທັງເປັນການເລືອກເຟັ້ນ ຜູ້ທີ່ມີພອນສະຫວັນ ເພື່ອເຂົ້າຮ່ວມການແຂ່ງຂັນຂະບວນການຕ່າງໆ ອອ້ມຂ້າງກົມໃຫຍ່ຕຳຫຼວດ ແລະ ຂັ້ນກະຊວງໃນຕໍ່ໜ້າ.

ຜ່ານການແຂ່ງຂັນກິລາປະເພດຕ່າງໆ ເຫັນວ່າອ້າຍນ້ອງພາຍໃນກົມຕຳຫຼວດ 312 ນັບທັງຊາວໜຸ່ມ ແລະ ອາວຸໂສ ແມ່ນໃຫ້ຄວາມສົນໃຈສູງ ແລະ ພ້ອມພຽງກັນສາມາດຮູ້ໄດ້ຜົນການແຂ່ງຂັນກິລາແຕ່ລະປະເພດຕ່າງໆ ດັ່ງນີ້:

1. ການແຂ່ງຂັນພິມເອກະສານໄວ ມີຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ 14 ທ່ານ ຈາກທຸກພະແນກພາຍໃນກົມ, ຜົນການແຂ່ງຂັນມີຄື: ຜູ້ຊະນະເລີດລາງວັນທີ 3 ໄດ້ແກ່ພະແນກໂຄສະນາ, ຜູ້ຊະນະເລີດລາງວັນທີ 2 ໄດ້ແກ່ພະແນກເສນາກອງເລຂາ, ຜູ້ຊະນະເລີດລາງວັນທີ 1 ໄດ້ແກ່ພະແນກບໍລິຫານ, ສັງລວມ ແລະ ຈັດຕັ້ງ.

2. ການແຂ່ງຂັນເຕັກນິກການແຕ່ງເອກະສານ ມີຜູ້ເຂົ້າຮ່ວມ 07 ທ່ານ ຈາກທຸກພະແນກພານໃນກົມ, ຜົນການແຂ່ງຂັນມີຄື: ຜູ້ຊະນະເລີດລາງວັນທີ 3 ໄດ້ແກ່ພະແນກສືບສວນ, ຜູ້ຊະນະເລີດລາງວັນທີ 2 ໄດ້ແກ່ພະແນກໂຄສະນາ, ຜູ້ຊະນະເລີດລາງວັນທີ 1 ໄດ້ແກ່ພະແນກບໍລິຫານ, ສັງລວມ ແລະ ຈັດຕັ້ງ.

3. ການແຂ່ງຂັນກິລາເປຕັງແມ່ນປະກອບມີ 08 ທິມ ( ແຂ່ງໃນຮູບແບບທິມລະ 3 ຄົນ ) ມີຕ່າງໜ້າຈາກ 07 ພະແນກພາຍໃນກົມ ແລະ ທິມຂອງຄະນະກົມ 01 ທິມ , ຜົນການແຂ່ງຂັນມີຄື: ທິມຊະນະເລີດລາງວັນທີ 03 ໄດ້ແກ່ພະແນກສຳນວນ,ສຳເນົາ ແລະ ສົ່ງຟ້ອງ, ທິມຊະນະເລີດລາງວັນທີ 02 ໄດ້ແກ່ພະແນກບໍລິຫານ, ສັງລວມ ແລະ ຈັດຕັ້ງ, ທິມຊະນະເລີດລາງວັນທີ 01 ໄດ້ແກ່ພະແນກສືບສວນ.

4. ການແຂ່ງຂັນກິລາບານເຕະຊາຍ ແມ່ນໄດ້ແບ່ງຈຳນວນພົນຊາຍໃນກົມອອກເປັນ 04 ທິມ, ຜົນການແຂ່ງຂັນທິມຊະນະເລີດລາງວັນທີ 02 ໄດ້ແກ່ພະແນກບໍລິຫານ, ສັງລວມ ແລະ ຈັດຕັ້ງ ແລະ ພະແນກເສນາກອງເລຂາ, ທິມຊະນະເລີດລາງວັນທີ 01 ໄດ້ແກ່ພະແນກສອບສວນ. ການແຂ່ງກິລາບານແຕະຍິງ ແມ່ນໄດເແບ່ງເປັນ 02 ທິມ, ຜົນການແຂ່ງຂັນທິມຊະນະເລີດລາງວັນທີ 02 ໄດ້ແກ່ພະແນກເສນາກອງເລຂາ, ສຳນວນ, ສຳເນົາ ແລະ ສົ່ງຟ້ອງ, ໂຄສະນາ ແລະ ດຳເນີນຄະດີເດັກ, ທິມຊະນະເລີດລາງວັນທີ 01 ໄດ້ແກ່ທິມພະແນກບໍລິຫານ, ສັງລວມ ແລະ ຈັດຕັ້ງ, ພະແນກສືບສວນ ແລະ ສອບສວນ.

ໃນຕອນທ້າຍພິທີປິດການສ້າງຂະບວນການ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບໃນການຈັດກິດຈະກຳການສ້າງຂະບວນການ, ຜູ້ໃຫ້ການສະໜັບສະໜູນການແຂ່ງຂັນ, ບັນດາກອງເຊຍ, ນັກກິລາ ແລະ ຜູ້ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ ເຊີ່ງເປັນການຮັດແໜ້ນຄວາມສາມັກຄີີພາຍໃນກົມກອງ ແລະ ໃຫ້ບັນດາທ່ານສືບຕໍ່ຮ່ວມມືກັນຢ່າງຕັ້ງໜ້າ, ຈັດຕັ້ງປະຕິບັດໜ້າທີວິຊາສະເພາະຂອງຕົນຮັບຜິດຊອບ, ມີການປະສານງານກັນຢ່າງເປັນປົກກະຕິທັງທາງກົງ ແລະ ທາງອອ້ມ ພາຍໃນກົມກອງ, ສືບຕໍ່ນຳເອົາຜູ້ກະທຳຜິດສະຖານການຄ້າມະນຸດ ມາຮັບໂທດຕາມລະບຽບກົດໝາຍ ແລະ ໃຫ້ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢ່າງເປັນປົກກະຕິ.

Scan the code