ໃນລະຫວ່າງວັນທີ 11-22 ທັນວາ 2023 ຜ່ານມາ, ສູນກາງສະຫະພັນກຳມະບານລາວ ໄດ້ເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດ ເຊີ່ງຕິດພັນກັບວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ແກ່ພະນັກງານກໍາມະບານ 2 ແຂວງຄື: ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 21 ທ່ານ

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສຳຄັນໂດຍແນໃສ່ ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III ແຕ່ປີ 2021 – 2025 ໃຫ້ປະກົດຜົນເປັນຈິງ. ເຊິ່ງເອກະສານທີ່ນໍາເອົາມາຝຶກອົບຮົມປະກອບມີ: ສະພາບການຄ້າມະນຸດຂອງສາກົນ ແລະ ສະເພາະຂອງ ສປປລາວ ປັດຈຸບັນ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດໂດຍສະເພາະມາດຕາທີ່ຕິດພັນ ກັບປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານອື່ນ, ຂັ້ນຕອນການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານເຂົ້າສູ່ຫົວໜ່ວຍແຮງງານພາກວິສາຫະກິດ, ພາລະບົດບາດຂອງອົງການກໍາມະບານໃນການຊຸກຍູ້ການສ້າງຕັ້ງກຸ່ມ, ສະມາຄົມອາຊີບ ຂອງຜູ້ອອກແຮງງານນອກລະບົບ, ພາລະບົດບາດ ສິດ ແລະ ໜ້າທີ່ຂອງອົງການກໍາມະບານລາວ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການກໍາມະບານລາວ ໃນການສ້າງສັນຍາແຮງງານລວມໝູ່ ຢູ່ຫົວໜ່ວຍແຮງງານ ພາກວິສາຫະກິດ, ພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການກໍາມະບານລາວ ໃນການເຂົ້າຮ່ວມແກ້ໄຂຂໍໍ້ຂັດແຍ່ງດ້ານແຮງງານ, ພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການກາມະບານລາວ ໃນການສະກັດກັ້ນ ແລະ ຕ້ານການເຄື່ອນຍ້າຍແຮງງານທີ່ຈະໄປເຮັດວຽກຢູ່ຕ່າງປະເທດແບບບໍ່ປອດໄພ ແລະ ການຄ້າມະນຸດ, ວິທີ ແລະ ຂັ້ນຕອນໃນການໄປເຮັດວຽກຢູ່ຕ່າງປະເທດແບບປອດໄພ ແລະ ວິທີການໂຄສະນາເຜີຍແຜ່ທີ່ດີ, ໄດ້ຮັບຜົນສູງສຸດໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ. ສຳລັບສູນກາງກຳມະບານລາວໃນນາມຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຖືວຽກງານການຕ້ານການຄ້າມະນຸດເປັນວຽກງານທີ່ສຳຄັນ ແລະ ຈະໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ມີການສ້າງຄວາມເຂັ້ມແຂງໃຫ້ກຳມະບານທ້ອງຖິ່ນ ແລະ ຮາກຖານ. ສະນັ້ນ,ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ອັນໃໝ່ໃຫ້ພະນັກງານກຳມະບານຂັ້ນແຂວງ ແລະ ເມືອງ ເພື່ອນຳໄປເຜີຍແຜ່ ວຽກງານຕ້ານການຄ້າມະນຸດ ແລະ ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ດີຂື້ນເທື່ອລະກ້າວ.

ໃນຕອນທ້າຍພິທີ ທ່ານ ພອນສານ ວິໄລເມັ້ງ ໄດ້ເນັ້ນໜັກ ໃຫ້ນັກສໍາມະນາກອນທຸກທ່ານ ຈົ່ງເຊີດຊູນໍ້າໃຈຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄ້ວາ, ກໍາແໜ້ນບັນດາເນື້ອໃນເອກະສານ, ເພື່ອນໍາເອົາໄປຜັນຂະຫຍາຍປະຕິບັດເຂົ້າໃນວຽກງານວິຊາສະເພາະ ກໍ່ຄືວຽກງານກຳມະບານທ້ອງຖິ່ນຂອງຕົນ ໂດຍການລົງ ໂຄສະນາ, ປຸກລະດົມ ໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງ ໃຫ້ຮັບຮູ້ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ ແລະ ເຂົ້າໃຈຕໍ່ກັບຜົນຮ້າຍຂອງການຄ້າມະນຸດ.

ຂ່າວ-ພາບ: ແສງທິບ ພິມພະວົງ

Scan the code