ໃນຕອນເຊົ້າຂອງວັນທີ 01 ມີນາ 2024 ສູນກາງສະຫະພັນແມ່ຍິງລາວ ແລະ ສະຖານທູດສະຫາລັດອາເມລິກາ ປະຈໍາ ສປປ ລາວ, ພ້ອມທັງອົງການພັດທະນາສາກົນ ສະຫະລັດອາເມລິກາ, ກະຊວງກະສິກຳ ສະຫາລັດອາເມລິກາ ແລະ ອົງການວິນຣ໋ອກສາກົນ ໄດ້ຮ່ວມກັນຈັດພິທີມອບ-ຮັບ ເຮືອນຮົ່ມໄຮໂດຣໂປນິກ ເພື່ອການກະສິກຳ ຢູ່ທີ່ສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫາລັດອາເມລິກາ ປະຈໍາ ສປປ ລາວ , ທ່ານນາງ ບຸນເຫລືອ ຈັນທະພົມມາ ຫົວໜ້າສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງສາກົນ ແລະ ບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ລະບົບເຮືອນຮົ່ມນີ້ ໄດ້ຖຶກຕິດຕັ້ງຂື້ນຢູ່ສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ໂດຍການສະໜັບສະໜູນຫຼາຍຝ່າຍ, ຈາກກະຊວງກະສິກໍາ ສະຫາລັດອາເມລິກາ ໂດຍຜ່ານໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄື່ອຂ່າຍກະສິກໍາ ແລະ ອົງການພັດທະນາສາກົນ ສະຫາລັດອາເມລິກາ ໂດຍຜ່ານໂຄງການຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ, ຈັດຕັ້ງປະຕິບັດໂດຍອົງການວິນຣ໋ອກ.

ເຮືອນຮົ່ມດັ່ງກ່າວນີ້ສາມາດປູກຜັກໄດ້ຕະຫຼອດປີ ແລະ ປູກຜັກເພື່ອບໍລິໂພກ ແລະ ກຸ້ມຕົນເອງໄດ້ສາມາດສ້າງລາຍຮັບຈາກການຈໍາໜ່າຍຜະລິດພືດຜັກໄດ້.

ຈຸດປະສົງໃນການສ້າງເຮືອນຮົ່ມ ແມ່ນກິດຈະກໍາໜຶ່ງທີ່ຈະໄດ້ນໍາໃຊ້ເຂົ້າໃນກິດຈະກຳບໍາບັດ, ຟື້ນຟູ, ດູແລ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ໄດ້ເຂົ້າມາພັກເຊົາຢູ່ໃນສູນ ທັງເປັນກິດຈະກໍາເພື່ອສ້າງຄວາມເຂັ້ມແຂງທາງດ້ານສະບຽງອາຫານ ກ້າວໄປເຖິງການສ້າງເສດຖະກິດເພື່ອຄວາມຢືນຍົງຂອງສູນ ນອກຈາກນັ້ນເຮືອນຮົ່ມດັ່ງກ່າວຍັງເປັນບ່ອນສຶກສາຮຽນຮູ້ໃນການປູກຜັກ ຫຼືການເຮັດກະສິກໍາແບບໃໝ່ສໍາລັບຜູ້ຖຶກເຄາະຮ້າຍ ທີ່ເຂົ້າມາພັກເຊົາພາຍໃນສູນໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງ-ເດັກນ້ອຍ

ພາບ ແລະ ຂ່າວໂດຍ ອານຸສອນ ຈັນທະວີພອນ

Scan the code