ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໄດ້ເປີດຂຶ້ນໃນວັນທີ 14 ວັນທີ 2023 ແລະ ປິດລົງໃນຕອນບ່າຍຂອງວັນດຽວກັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກໍາມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາຜົນໄດ້ຮັບ, ປະກອບຄໍາເຫັນຢ່າງກົງໄປ-ກົງມາ ດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມຕາມລະດັບຄາດໝາຍ.

ເພື່ອສືບຕໍ່ເຮັດໃຫ້ທິດທາງແຜນການ ກໍຄືແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໃນຕໍ່ໜ້າໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງກວ້າງຂວາງ, ທັງຍູ້ແຮງໃຫ້ວຽກງານດັ່ງກ່າວ ເປັນຄວາມຮັບຜິດຊອບຢ່າງແທ້ຈິງຂອງບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ກໍຄື ຂອງສັງຄົມ ທ່ານປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດໄດ້ຮຽກຮ້ອງໃຫ້ຄະນະກໍາມະການຕ້ານການຄ້າມະນຸດແຕ່ລະຂັ້ນສືບຕໍ່ຈັດປະຕິບັດບາງວຽກງານດັ່ງນີ້:

1. ສຸມໃສ່ຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III ປີ 2021-2025 ໃຫ້ບັນລຸຄາດໝາຍ ເຊິ່ງຄະນະກຳມະການຕ້ານການຄ້າມະນຸດຂອງທຸກຂະແໜງ ການ ຕ້ອງຫັນແຜນງານດັ່ງກ່າວ ເປັນແຜນງານ, ໂຄງການ, ກິດຈະກຳຂັ້ນຂອງຕົນ ໂດຍສະເພາະ ຂັ້ນແຂວງ ແລະ ຂັ້ນເມືອງ ຕ້ອງສຸມໃສ່ການສ້າງເປັນແຜນງານຂອງຕົນ ເພື່ອກະກຽມເອົາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງຕົນໃຫ້ສຳເລັດໃນປີ 2025;

2. ສຸມໃສ່ວຽກງານໂຄສະນາປູກຈິດສຳນຶກ ກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການ ຄ້າມະນຸດ ໂດຍຖືເອົາວຽກງານປ້ອງກັນ, ສະກັດກັ້ນເປັນກົກ; ລົງໂຄສະນາຢູ່ບັນດາພື້ນທີ່ລຽບຕາມຊາຍແດນທີ່ຕິດຈອດກັບປະເທດໃກ້ຄຽງ ແລະ ເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ;

3. ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ, ເຂດອຸດສະຫະກຳ, ກະສິກຳ, ບໍລິການບັນເທິງ ແລະ ພາກສ່ວນອື່ນໆທີ່ນໍາໃຊ້ແຮງງານ, ເອົາໃຈໃສ່ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທຳ ແລະ ຕະຫຼາດແຮງງານ ໃຫ້ມີຄວາມສອດຄ່ອງ;

4. ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການທີ່ຮັບຜິດຊອບວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະຈຳດ່ານຊາຍແດນ, ພະນັກງານການທູດປະຈຳຢູ່ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ສືບຕໍ່ດຳເນີນຄະດີ ຜູ້ກະທໍາຜິດ ກ່ຽວຂ້ອງກັບການຄ້າມະນຸດໃຫ້ເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ; ແກ້ໃຫ້ໄດ້ບັນດາຫົວໂປ່ໂຕການ, ສາຍໃຍ ແລະ ເຄືອຄ່າຍການກໍ່ອາຊະຍາກໍາ; ການແກ້ໄຂຕ້ອງສອດຄ່ອງຕາມກົດໝາຍ, ລະບຽບການ ແລະ ຖືກຕ້ອງຕາມຄວາມເປັນຈິງ;

5. ສືບຕໍ່ໃນການເກັບກຳ, ສັງລວມສະຖິຕິຄະດີຄ້າມະນຸດຂອງຂະແໜງການດໍາເນີນຄະດີ ເປັນຕົ້ນ ຕຳຫຼວດ, ໄອຍະການປະຊາຊົນ ແລະ ສານປະຊາຊົນໃຫ້ມີຄວາມລະອຽດ ວ່ອງໄວ ແລະ ຊັດເຈນຖືກຕາມຄວາມເປັນຈິງ ເພື່ອມີມາດຕະການສະກັດກັ້ນ, ຕ້ານການຄ້າມະນຸດໃຫ້ມີປະສິດທິຜົນ;

6. ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ, ກຳມະບານ, ສາທາລະນະສຸກຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນໃນການປົກປ້ອງ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງ ໂດຍສະເພາະການບຳບັດຟື້ນຟູຈິດໃຈ, ຊ່ວຍຝຶກອົບຮົມວິຊາຊີບ, ຊອກວຽກເຮັດງານທໍາ ກ່ອນນໍາສົ່ງຄືນສູ່ຄອບຄົວ ແລະ ສັງຄົມ ເພື່ອບໍ່ໃຫ້ເຂົາເຈົ້າຕົກເປັນຜູ້ຖືກເຄາະຮ້າຍອີກ;

7. ເອົາໃຈໃສ່ຄົ້ນຄວ້າ, ຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາໂຄງການ ລວມທັງການຮັບເອົາໂຄງການໃໝ່ຂອງອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ ກ່ຽວກັບວຽກງານຕ້ານການຄ້າມະນຸດຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ຖືກຕ້ອງຕາມລະບຽບການ ແລະ ພາລະບົດບາດຂອງຕົນ;

8. ເອົາໃຈໃສ່ປະສານສົມທົບຕາມຂະແໜງການສາຍຕັ້ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຄ້າມະນຸດ;

9. ເອົາໃຈໃສ່ການພົວພັນຮ່ວມມືກັບບັນດາປະເທດ ໂດຍສະເພາະ ປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດເພື່ອຮ່ວມມືປົກປ້ອງ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ທ່ວງທັນ ແລະ ປອດໄພ ພ້ອມນັ້ນ, ໃຫ້ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດ ຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນ, ການປະກອບສ່ວນ ເພື່ອເຮັດວຽກງານຕ້ານການຄ້າ ມະນຸດມີປະສິດທິຜົນດີຂຶ້ນ.

Scan the code