ໃນວັນທີ 20 ກຸມພາ 2024 ນີ້, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນຫົວໜ້າຄະນະຊີ້ນຳວຽກງານຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະຊີ້ນໍາ, ກອງເລຂາ, ແຂກທີ່ຖືກເຊີນ ພ້ອມດ້ວຍ ພະນັກງານ, ນາຍ ແລະ ພົນທະຫານ ຈາກກົມກອງອອ້ມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າກົມທະຫານຊາຍແດນ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະທດ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ສປປ ລາວ ກໍແມ່ນປະເທດໜຶ່ງທີ່ມີບັນຫາເລື່ອງການຄ້າມະນຸດ ເຊິ່ງສ່ວນຫຼາຍເປັນປະເທດຕົ້ນທາງ ແລະ ທາງຜ່ານ ທັງນີ້ກໍ່ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດເຮົາມີຊາຍແດນຕິດຈອດກັບ 5 ປະເທດ, ພ້ອມກັນນັ້ນ ໃນປະຈຸບັນພັກ-ລັດໄດ້ມີການລົງທຶນສຸມໃສ່ການພັດທະນາພື້ນຖານໂຄງລ່າງເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວເຊິ່ງເປັນເງື່ອນໄຂອໍານວຍຄວາມສະດວກໃນການເດີນທາງເຂົ້າ-ອອກ, ບວກກັບຄ່ານິຍົມ, ລະດັບການສຶກສາ ແລະ ສີມືແຮງງານຍັງຈຳກັດ, ບັນຫາຄອບຄົວບໍ່ມີຄວາມສະຫງົບ, ຄວາມທຸກຍາກ, ການຂາດສະຕິລະວັງຕົວ, ຄວາມບໍ່ເຂົ້າໃຈຕໍ່ລະບຽບກົດໝາຍ, ຄວາມຮັບຮູ້ຕໍ່ສະພາບການຄ້າມະນຸດຂອງປະຊາຊົນຍັງຈໍາກັດ ແລະ ອື່ນໆ ເຊິ່ງເປັນເງື່ອນໄຂພາໃຫ້ເກີດມີອາຊະຍາກຳການຄ້າມະນຸດ, ການຫຼອກລວງຄົນລາວໄປຕ່າງປະເທດ ຫຼື ຫຼອກລວງຄົນຕ່າງປະເທດເຂົ້າມາລາວ ເພື່ອບັງຄັບແຮງໃຊ້ງານ ແລະ ບັງຄັບທາງເພດ, ພ້ອມກັນນັ້ນຍັງມີການຄ້າມະນຸດໃນຮູບແບບຖ່າຍທອດສົດເປືອຍກາຍອອກສື່ສັງຄົມອອນລາຍ. ພົ້ນເດັ່ນໃນປີ 2023 ແມ່ນພວກກຸ່ມຄົນບໍ່ດີມີການຕົວະຍົວະຫຼອກລວງຜ່ານສື່ສັງຄົມອອນລາຍ ເຮັດໃຫ້ໄວໜຸ່ມຍິງ-ຊາຍ ພາກັນຫຼັ່ງໄຫຼໄປອອກແຮງງານ, ໄປແຕ່ງງານ, ໄປທ່ອງທ່ຽວແລ້ວຖືກບັງຄັບຂູດຮີດແຮງງານ, ບັງຄັບໃຫ້ຂາຍບໍລິການທາງເພດ, ຖືກຈັບຕົວຮຽກຄ່າໄຖ່ ແລະ ອື່ນໆ. ຕໍ່ບັນຫາດັ່ງກ່າວລັດຖະບານເຮົາກໍໄດ້ເອົາໃຈໃສ່ປ້ອງກັນ, ສະກັດກັ້ນຢ່າງຈິງຈັງ, ສໍາລັບກະຊວງປ້ອງກັນປະເທດຂອງພວກເຮົາ, ໃນໄລຍະທີ່ຜ່ານມາຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່, ພ້ອມທັງຊີ້ນໍາບັນດາກົມກອງເວົ້າລວມ, ເວົ້າສະເພາະແມ່ນກໍາລັງທ້ອງຖິ່ນເປັນເຈົ້າການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບຜົນຮ້າຍ ແລະ ວິທີການປ້ອງກັນ, ສະກັດກັ້ນການຄ້າມະນຸດ, ໄດ້ເປີດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງວຽກງານຕ້ານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານຢູ່ບັນດາແຂວງຕ່າງໆ, ຈັດລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດທາງຄື້ນວິທະຍຸກະຈາຍສຽງກອງທັບປະຊາຊົນລາວ, ເປັນເຈົ້າການຊີ້ນໍາກໍາລັງທະຫານຊາຍແດນ ເອົາໃຈໃສ່ເພີ່ມທະວີເຄື່ອນໄຫວປ້ອງກັນຊາຍແດນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສະກັດກັນ ແລະ ປ້ອງກັນການເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ຂອບເຂດຮັບຜິດຊອບ ແລະ ບໍລິເວນດ່ານສາກົນທ້ອງຖິ່ນ, ດ່ານປະເພນີ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານຕ້ານການຄ້າມະນຸດ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ຕາມບໍລິເວນຊາຍແດນ ໄປຄຽງຄູ່ກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນເອງ, ທັງສ້າງແຜນການ ແລະ ຈັດຕັ້ງເຄື່ອນໄຫວ, ສ້າງກິດຈະກຳຕ່າງໆກ່ຽວກັບວຽກງານຕ້ານການຄ້າມະນຸດ ຂອງກະຊວງປ້ອງກັນປະເທດປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະທີ 3 (ແຕ່ປີ 2021-2025) ທີ່ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດວາງອອກໄດ້ເປັນຢ່າງດີ, ປະສານສົມທົບ ແລະ ຊີ້ນໍາຄະນະກໍາມະການຕ້ານການຄ້າມະນຸດກອງບັນຊາການທະຫານແຂວງ ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຕາມສິດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກໍາກ່ຽວກັບວຽກງານຕ້ານການຄ້າມະນຸດທັງພາຍໃນ ແລະ ກັບອົງການຈັດຕັ້ງລະຫວ່າງປະເທດ.

ຈາກນັ້ນ ກອງປະຊຸມກໍໄດ້ຜັດປ່ຽນກັນນໍາສະເໜີຫົວຂໍ້: ຜົນຮ້າຍຂອງການຄ້າມະນຸດ, ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ກົດໝາຍ ແລະ ນິຕິກໍາວ່າດ້ວຍການຕ້ານການຄ້າມະນຸດ ແລະ ການດໍາເນີນຄະດີຕໍ່ຜູ້ກະທໍາຜິດ.

ໂອກາດນີ້, ສະຫາຍປະທານກອງປະຊຸມ ກໍໂອ້ລົມຫຼາຍບັນຫາທີ່ສໍາຄັນພ້ອມທັງໄດ້ເນັ້ນໜັກບາງບັນຫາທີ່ຕ້ອງເອົາໃຈໃສ່ ເຊິ່ງກອງປະຊຸມຄັ້ງນີ້ ນອກຈາກຈະເຮັດໃຫ້ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດໄດ້ຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດແລ້ວ ຍັງຮຽກຮ້ອງໃຫ້ມີການສືບຕໍ່ເຝິກອົບຮົມໃຫ້ຄວາມຮູ້ວຽກງານການຄ້າມະນຸດໃຫ້ຫຼາຍຂຶ້ນຢູ່ຂອບເຂດຕ່າງໆໃນທົ່ວປະເທດ ເພື່ອພ້ອມກັນໂຄສະນາ, ສະກັດກັ້ນ ແລະ ປົກປ້ອງ, ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ.

Scan the code