ວັນທີ 24 ມັງກອນ 2024, ຢູ່ທີ່ ໂຮງແຮມລາວພາຊາ, ກົມສັງຄົມສົງເຄາະ, ກະຊວງແຮງງານສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມ ປິດການຈັດຕັ້ງປະຕິບັດກິດຈະກຳໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໂດຍການເປັນປະທານຂອງທ່ານ ລີປາວ ຢາງ, ຮອງລັດຖະມົນຕີກະຊວງແຮງງານສະຫວັດດີການສັງຄົມ ແລະ ທ່ານ ໄມເຄິນ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ມີຜູ້ເຂົ້າຮ່ວມ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ 4 ແຂວງ ເປົ້າໝາຍຄື: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ເຂົ້າຮ່ວມ.

ອົງການຜູ້ຕາງໜ້າ USA ປະຈໍຳ ສປປ ລາວ, ເຊີ່ງເປັນຄູ່ຮ່ວມງານຍຸດທະສາດກັບລັດຖະບານລາວ ໃນການສ້າງຄວາມເຂັ້ມເເຂງ-ຕອບໂຕຕໍ່ກັບກໍລະນີການຄ້າມະນຸດ ເເລະ ຫຼຸດຜ່ອນຄວາມສ່ຽງຕໍ່ກັບກຸ່ມປະຊາກອນທີ່ຂາດໂອກາດ ເຊັ່ນເເມ່ຍິງ, ເດັກນ້ອຍ ເເລະ ກຸ່ມຊົນເຜົ່າ. ປັບປຸງການເຂົ້າເຖິງການບໍລິການ ເເລະ ໂອກາດທາງເສດຖະກິດເເກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ມື້ນີ້,ພວກເຮົາໄດ້ເຫັນຜົນສໍາເລັດທີ່ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໄດ້ຈັດຕັ້ງປະຕິບັດ ເພື່ອຊ່ວຍເຫຼືອໃນການເສີມສ້າງຄວາມເຂັ້ມແຂງຂອງປະຊາກອນທີ່ມີຄວາມສ່ຽງຕໍ່ກັບການຄ້າມະນຸດ ໂດຍຜ່ານການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການບໍລິການປົກປ້ອງທີ່ທາງລັດຖະບານລາວສາມາດສະໜອງໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້.

ທ່ານ ລີປາວ ຢາງ ໄດ້ກ່າວເນັ້ນຕື່ມວ່າ “ຫຼາຍປີມານີ້, ບັນຫາການຄ້າມະນຸດເເມ່ນມີຄວາມທ້າທາຍຕໍ່ພວກເຮົາຫຼາຍ ເຖິງເເນວໃດກໍຕາມ, ມື້ນີ້ ພວກເຮົາໄດ້ມາສົນທະນາ ສະເເດງຄວາມຄິດຄວາມເຫັນ ເເລະ ເເລກປ່ຽນວິໄສທັດຕໍ່ການປາສະຈາກການຄ້າມະນຸດ. ຄວາມສໍາເລັດດັ່ງກ່າວ,ຈະເກີດຂຶ້ນບໍ່ໄດ້ ຖ້າຫາກປາສະຈາກຄວາມພະຍາຍາມ, ການເອົາໃຈໃສ່ການຮ່ວມມື ເເລະ ຄວາມຕັ້ງໃຈຢ່າງເເຮງກ້າຂອງລັດຖະບານລາວ, ອົງການຈັດຕັ້ງສັງຄົມ ເເລະ ຄູ່ຮ່ວມງານພາກສ່ວນອື່ນ.

Scan the code