ຄະນະກຳມະການຕ້ານການຄ້າມະນຸດ ເມືອງ, ເທດສະບານ, ນະຄອນ

ຄະນະກຳມະການຕ້ານການຄ້າມະນຸດ ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ: ຄຕມມ, ຄຕມທ ແລະ ຄຕມນ, ແມ່ນການຈັດຕັ້ງໜຶ່ງ ຂອງເມືອງ, ເທດສະບານ, ນະຄອນ ທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງ ແລະ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນງານ, ໂຄງການ ແລະ ກິດຈະກຳ ກ່ຽວກັບວຽກງານຕ້ານການຄ້າມະນຸດ; ເປັນໃຈກາງໃນການພົວພັນປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ຄະນະກຳມະການຕ້ານການຄ້າມະນຸດນະຄອນ, ເທດສະບານ, ເມືອງ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາກອງຄະດີ ຂອງພະແນກຕຳຫຼວດກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນ, ເທດສະບານ ແລະ ເມືອງເປັນຫ້ອງການ.

Scan the code