ຄະນະກຳມະການຕ້ານການຄ້າມະນຸດ ແຂວງ, ນະຄອນຫຼວງ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງ, ນະຄອນຫຼວງ ຂຽນເປັນຕົວອັກສອນຫຍໍ້ວ່າ: ຄຕມຂ ແລະ ຄຕມ.ນວ, ແມ່ນການຈັດຕັ້ງໜຶ່ງຂອງແຂວງ, ນະຄອນຫຼວງ ທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ເຈົ້າແຂວງ, ເຈົ້າຄອງນະຄອນ ໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ, ແຜນງານ, ໂຄງການ ແລະ ກິດຈະກຳ ກ່ຽວກັບວຽກງານຕ້ານການຄ້າມະນຸດ; ເປັນໃນການໃນການພົວພັນປະສານສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ

ຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານກນາຄ້າມະນຸດ ຂອງຫ້ອງຕຳຫຼວດກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ ເປັນຫ້ອງການ.

Scan the code