ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຂຽນເປັນຕົວຫຍໍ້ ວ່າ ຄຕມຊ, ແມ່ນການຈັດຕັ້ງໜຶ່ງ ຂອງລັດຖະບານ ທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຊີ້ນຳ, ຕິດຕາມ, ກວດກາ, ຊຸກຍູ້ບັນດາກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວານະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບການຕ້ານການຄ້າມະນຸດ; ໂຄສະນາ, ຂົນຂວາຍ, ຍາດແຍ່ງທຶນຮອນ ແລະ ເຕັກນິກວິຊາການ; ເປັນໃຈກາງໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດວຽກງານຕ້ານການຄ້າມະນຸດ ຂອງ ສປປລາວ.

ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂອງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຫ້ອງການ.

ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ມີໂຄງປະກອບບຸກຄະລາກອນດັ່ງນີ້:

  1. ທ່ານ ຮອງນາຍົກລັດຖະມົນຕີ ເປັນປະທານ
  2. ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ ແລະ ຜູ້ປະຈຳການ
  3. ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ
  4. ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ເປັນຮອງປະທານ
  5. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຮອງປະທານ
  6. ທ່ານ ຮອງຫົວໜ້າຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການ
  7. ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຳມະການ
  8. ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນກຳມະການ
  9. ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນກຳມະການ
  10. ທ່ານ ຮອງລັດຖະມົນຕີກະຊວງຖະແຫຼວງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນກຳມະການ
  11. ທ່ານ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນກຳມະການ
  12. ທ່ານ ຮອງປະທານສຸນກາງສະຫະພັນກຳມະບານລາວ
  13. ທ່ານ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຜູ້ຊີ້ນຳວຽກງານຕ້ານການຄ້າມະນຸດ ເປັນກຳມະການ ແລະ ຫົວໜ້າກອງເລຂາ
Scan the code