ໃນວັນທີ 15 ສິງຫາ 2025 ທີ່ຫ້ອງປະຊຸມ ກະຊວງປ້ອງກັນຄວາມສະຫງົບ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດພິທີມອບ-ຮັບຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ລະຫວ່າງ ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ແລະ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ໃໝ່) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມີຫົວໜ້າກົມ, ຮອງກົມ, ສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດເຂົ້າຮ່ວມ.
ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບ ໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວນຳພາ-ຊີ້ນຳຂອງຕົນເອງໃນຂົງເຂດວຽກງານກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຜ່ານມາ, ຜົນງານທີ່ພົ້ນເດັ່ນ ແລະ ຜົນງານທີ່ຍາດມາໄດ້ ເປັນຕົ້ນໄດ້ຈັດຕັ້ງປະຕິບັດ,ຜັນຂະຫຍາຍແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III (ປີ 2021-2025) ແລະ ສຸ່ມໃສ່ສ້າງແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (ປີ 2026-2030) ສໍາເລັດ, ໄດ້ຊຸກຍູ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ມີຜົນສຳເລັດຫຼາຍດ້ານໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ, ການແລກປ່ຽນຂໍ້ມູນຂ່າວສານໃນວຽກງານຕ້ານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໄດ້ນຳພາ-ຊີ້ນຳ ວຽກງານວິຊາສະເພາະຢ່າງເຄັ່ງຄັດເຮັດໃຫ້ການດຳເນີນຄະດີຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼັກການວິຊາສະເພາະ ເຊິ່ງໃນໄລຍະຜ່ານມາ ໄດ້ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢ່າງຕັ້ງໜ້າ ແລະ ໄດ້ນຳຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ ແລະ ເສີມສ້າງວຽກງານການຮ່ວມມືສາກົນໄດ້ເອົາໃຈໃສ່ໃນການພົວພັນຮ່ວມມືກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.
ນອກນັ້ນທ່ານໄດ້ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸ່ມທີ່ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຈະໄດ້ສຸ່ມໃສ່ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນການສ້າງ, ຜັນຂະຫຍາຍແຜນງານແຫ່ງຊາດໄລຍະໃໝ່ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ແລະ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ໃໝ່) ກໍ່ໄດ້ພ້ອມກັນລົງລາຍເຊັນມອບ-ຮັບໜ້າທີ່ວຽກງານ ຢ່າງເປັນທາງການ ໂດຍການເປັນສັກຂີພະຍານຂອງ ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ແຂກທີ່ເຂົ້າຮ່ວມ.


