ໃນວັນທີ 14 ມີນາ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ ໄດ້ສະກັດກັ້ນ ແລະ ຊ່ວຍເຫຼືອ ຍິງສາວລາວ ຈຳນວນ 01 ຄົນ ຖືກສົງໄສອາດຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍມີຊາຍຄົນຕ່າງປະເທດ ພວມພາຍິງສາວຄົນດັ່ງກ່າວ ແຈ້ງອອກ ເພື່ອເດີນທາງໄປຕ່າງປະເທດ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ມີການປະສານສົມທົບ ແລະ ນຳຕົວພວກກ່ຽວ ມາດຳເນີນການ ສືບສວນ-ສອບສວນ ແລະ ສຳພາດເບື້ອງຕົ້ນ ຈິ່ງສາມາດກຳນົດໄດ້ວ່າ ຍິງສາວຄົນດັ່ງກ່າວເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 01 ຄົນ ແລະ ສາມາດກັກຕົວຜູ້ຖືກຫາ ໄດ້ 03 ຄົນ, ເພດຍິງ 01 ຄົນ ໃນນີ້ເປັນຄົນຕ່າງປະເທດ 01 ຄົນ, ປະຈຸບັນ ກຳລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນກົດໝາຍ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຖ້າຫາກພົບເຫັນກໍລະນີທີ່ສົງໄສວ່າເປັນການຄ້າມະນຸດ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີ ສາຍດ່ວນກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າະນຸດ 1300 ແລະ ເບີວອດແອັບ 020 22881300



