ໃນວັນທີ 19-20 ກັນຍາ 2024, ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປລາວ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນຄວາມຮູ້ ກ່ຽວກັບ ການພົວພັນລະຫວ່າງ ຄວາມພິການ ແລະ ການຄ້າມະນຸດ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ທ່ານ ນາງ ນູຣູ ຄອຍເລຍ ຜູ້ອຳນວຍການດ້ານສິດທິຜູ້ຖືກເຄາະຮ້າຍ ແລະ ການລວມເອົາທຸກຄົນໃນສັງຄົມ (ASEAN-ACT), ມີຕາງໜ້າເຂົ້າຮ່ວມຈາກ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການຈັດຕັ້ງທາງສັງຄົມ ມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ ,ຍິງ 8 ທ່ານ.

ຄົນພິການແມ່ນມີຄວາມສ່ຽງທີ່ຈະຖືກຄ້າມະນຸດທຸກຮູບແບບ, ຄວາມພິການສາມາດເຮັດໃຫ້ຄົນເຮົາມີຄວາມສ່ຽງເພີ່ມຂື້ນທີ່ຈະຖືກຂູດຮີດ ເພາະວ່າ ຜູ້ຖືກຄ້າມະນຸດສ່ວນໃຫຍ່ຈະຖືກທາລຸນທາງດ້ານຮ່າງກາຍ, ທາງເພດ ແລະ ທາງຈິດໃຈ; ຊຶ່ງເຮັດໃຫ້ເກີດມີການບາດເຈັບ ຫຼື ເຈັບປ່ວຍ, ສິ່ງເຫຼົ່ານັ້ນອາດສົ່ງຜົນໃຫ້ເກີດມີຄວາມພິການ ໂດຍສະເພາະແມ່ນຜູ້ທີ່ບໍ່ໄດ້ຮັບການຊ່ວຍເຫຼືອດ້ານການປິ່ນປົວ, ສຸຂະພາບຈິດ ຫຼື ການຊ່ວຍເຫຼືອດ້ານສັງຄົມ ອື່ນໆ. ນອກນັ້ນໃນກອງປະຊຸມໄດ້ນຳສະເໜີຜົນຂອງການສຶກສາຂອງ ປີ 2023 ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ປະເທດ ອິນໂດເນເຊຍ, ຟິລິບປິ່ນ ແລະ ໄທ ເພື່ອປຶກສາຫາລື ກ່ຽວກັບ ຄວາມສຳຄັນ ແລະ ກ່ຽວຂ້ອງ ກັບປະເທດລາວ ເພື່ອຄົ້ນຫາຄວາມແຕກຕ່າງ ແລະ ລັກສະນະທີ່ຄ້າຍຄືກັນ ດ້ານການຄ້າມະນຸດ ແລະ ວິທີການສະກັດກັ້ນ ແລະ ປ້ອງກັນ ຢູ່ ສປປ ລາວ ແລະ ພາກພື້ນ; ສະໜອງເວທີເພື່ອແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ພາກປະຕິບັດທີ່ດີ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແບບການຮວມເອົາຄົນທີ່ມີຄວາມພິການ ແລະ ການອຳນວຍຄວາມສະດວກແບບສົມເຫດສົມຜົນ ສຳລັບ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດທີ່ມີຄວາມພິການ ແລະ ຖອດຖອນບົດຮຽນຈາກ ຊ່ຽວຊານດ້ານ CTIP ແລະ ຄວາມພິການ ເພື່ອນຳເອົາໄປສ້າງເປັນຄຳແນະນຳເພື່ອພັດທະນາຂໍ້ລິເລີ່ມ ແລະ ຍຸດທະສາດ CTIP ທີ່ມີປະສິດທິຜົນ; ນຳໃຊ້ຜົນການສຶກສາ ເພື່ອເປັນພື້ນຖານໃຫ້ແກ່ການປຶກສາຫາລື ແລະ ການຄົ້ນຄ້ວາ ກ່ຽວກັບ ວຽກຄວາມພິການ ແລະ ການຕ້ານການຄ້າມະນຸດ ຢູ່ ສປປ ລາວ ຊຶ່ງຈະນຳເອົາໄປສ້າງບົດສະເໜີນະໂຍບາຍຂັດຫຍໍ້ສະເພາະປະເທດ ແລະ ລະດັບພາກພື້ນ ໂດຍທີ່ມີເນື້ອໃນກ່ຽວກັບບັນຫາຕົ້ນຕໍ ແລະ ມາດຕະການທີ່ມີໃນປະຈຸບັນ ຄຽງຄູ່ກັບຄຳແນະນຳທີ່ແນໃສ່ການຍົກລະດັບວຽກງານການປົກປ້ອງ ແລະ ການດຳເນີນຄະດີຄ້າມະນຸດ.

ພາບ-ຂ່າວ:ລັດສະໝີ ເພຍເທບ

Scan the code