ໃນວັນທີ 4 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມຊັ້ນສາມກົມໃຫ່ຍຕໍາຫຼວດ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດພິທີມອບ-ຮັບໜ້າທີລະຫ່ວາງ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ແລະ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ໃໝ່) ມີທ່ານ ພັອ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ ມີຄະນະພັກ, ຄະນະກົມ, ພະແນກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ໄດ້ມີຄໍາເຫັນສະຫຼຸບສັງລວມໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຊີ້ນໍາ-ນໍາພາຂອງຕົນເອງໃນຂົງເຂດວຽກງານກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຜ່ານມາ, ຜົນງານທີ່ພົ້ນເດັ່ນ ແລະ ຜົນງານທີ່ຍາດມາໄດ້ ເປັນຕົ້ນໄດ້ສຸ່ມໃສ່ຊຸກຍູ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ແຕ່ສູນກາງລົງຮອດທ້ອງຖິ່ນມີຜົນສໍາເລັດຫຼາຍດ້ານ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ການແລກປ່ຽນຂໍ້ມູນຂ່າວສານໃນວຽກງານຕ້ານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໄດ້ຊີ້ນໍາ-ນໍາພາ ວຽກງານວິຊາສະເພາະຢ່າງເຄັ່ງຄັດເຮັດໃຫ້ການດໍາເນີນຄະດີຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼັກການວິຊາສະເພາະ ເຊິ່ງໃນໄລຍະຜ່ານມາ ໄດ້ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢ່າງຕັ້ງໜ້າ ແລະ ໄດ້ນໍາຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ ແລະ ເສີມສ້າງວຽກງານການຮ່ວມມືສາກົນໄດ້ເອົາໃຈໃສ່ໃນການພົວພັນຮ່ວມມືກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ຂອບ 6 ປະເທດລຸ່ມແມ່ນໍ້າຂອງ, ຂະບວນການບາຫຼີ, ຮ່ວມມືຂອບສອງຝ່າຍ, ຫຼາຍຝ່າຍ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງບໍ່ສັງກັດລັດຖະບານ, ສໍາເລັດການເປັນເຈົ້າພາບຈັດກອງປະຊຸມວຽກງານຕ້ານການຄ້າມະນຸດລະດັບຊາດ ໄດ້ຫຼາຍຄັ້ງ ເຮັດໃຫ້ວຽກງານຕ້ານການຄ້າມະນຸດມີຄວາມເຂັ້ມແຂງ ແລະ ຫຼຸດລົງເທື່ອລະກ້າວ.

ນອກນັ້ນທ່ານໄດ້ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸ່ມທີ່ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ທີ່ຈະໄດ້ສຸ່ມໃສ່ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການຜັນຂະຫຍາຍແຜນງານແຫ່ງຊາດໄລຍະໃໝ່ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຈາກນັ້ນທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ ແລະ ພົຈວ ກອງສະຫວັດ ບຸນລ້ຽງ ກໍ່ໄດ້ພ້ອມກັນລົງລາຍເຊັນມອບ-ຮັບໜ້າທີວຽກງານ ໂດຍການເປັນສັກຂີພິຍານຂອງຮອງກົມໃຫ່ຍຕໍາຫຼວດ ແລະ ແຂກທີ່ເຂົ້າຮ່ວມ.

ຂ່າວ: ນັນທະໄຊ ສິງຮັກ

ພາບ: ລັດສະໝີ ເພຍເທບ

Scan the code