ໃນຕອນເຊົ້າຂອງວັນທີ 27 ທັນວາ 2023, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີເຜີຍແຜ່ການລະນຶກ ວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ 25 ພະຈິກ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ຂອງກົມໃຫຍ່ຕຳຫຼວດ ພາຍໃຕ້ຫົວຂໍ້ “ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ທີ່ສະໂມສອນກົມໃຫຍ່ຕຳຫຼວດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພັທ ນາງ ແສງດາລີ ໄຊຫົງຄຳ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະສານງານໂຄງການ ຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ-ເດັກ ກະຊວງ ປ້ອງກັນຄວາມສະຫງົບ, ມີ ຄະນະກົມ, ຫ້ອງ, ສູນ ພ້ອມດ້ວຍພະນັກງານຊາວໜຸ່ມ-ແມ່ຍິງ ອ້ອມຂ້າງກົມໃຫຍ່ຕຳຫຼວດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ພັທ ນາງ ແສງດາລີ ໄຊຫົງຄຳ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນສາກົນເພື່ອນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ເຊິ່ງ ທ່ານ ໄດ້ກ່າວວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ເກີດຂື້ນມາຕັ້ງແຕ່ສະໄໝສະຫະຊີບປະຖົມບູຮານ ແລະ ສະສົມເລື້ອຍມາຈົນຮອດລະບອບຂ້າທາດ, ລະບອບສັກດີນາ ແລະ ລະບອບນາຍທຶນ ເຊິ່ງແມ່ຍິງໄດ້ຕໍ່ສູ້ເພື່ອປົດປ່ອຍຕົນເອງຈາກຄວາມຮຸນແຮງ, ຈາກການເອົາລັດເອົາປຽບທາງເພດມາຫຼາຍທົດສະວັດ ແລະ ໄດ້ແຜ່ລາມອອກໄປສູ່ຫຼາຍປະເທດທົ່ວໂລກ. ດັ່ງນັ້ນໃນກອງປະຊຸມຄັ້ງທຳອິດໃນລະດັບສາກົນຂອງນັກເຄື່ອນໄຫວດ້ານສິດທິແມ່ຍິງໄດ້ຈັດຂື້ນທີ່ປະເທດອາເມລິກາລາຕິນ ແລະ ຄາລິບຽນ ໃນປີ 1981 ແລະ ໄດ້ກຳນົດເອົາວັນທີ 25 ພະຈິກ ຂອງທຸກໆປີ ເປັນວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ຖືເອົາວັນດັ່ງກ່າວເປັນການລະນຶກ ແລະ ໄວ້ອາໄລສາມເອື້ອຍນ້ອງ ຕະກຸນມິລາບານ. ສາມເອື້ອຍນ້ອງຕະກຸນ ມິລາບານ ໄດ້ກາຍເປັນສັນຍາລັກໃນການຕໍ່ສູ້ເພື່ອປົດປ່ອຍແມ່ຍິງທີ່ເປັນເຫຍື່ອຂອງຄວາມຮຸນແຮງ ກາຍເປັນສັນຍາລັກແຫ່ງການຕໍ່ສູ້ຂອງປະຊາຊົນ ແລະ ການປະທ້ວງເພື່ອຮຽກຮ້ອງສິດທິແມ່ຍິງ. ສາມເອື້ອຍນ້ອງ ໄດ້ຖືກຍ້ອງຍໍເປັນ “ເປັນແມງກະເບື້ອທີ່ບໍ່ອາດຫຼົງລືມໄດ້” ຊີວິດ ແລະ ການເຄື່ອນໄຫວຂອງສາມເອື້ອຍນ້ອງ ໄດ້ກາຍເປັນອຸດົມການອັນແຮງກ້າໃຫ້ແກ່ທຸກຄົນ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ພິທີ, ເຊີ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບໃນການກະກຽມຄວາມພ້ອມພິທີໃນມື້ນີ້ ແລະ ທ່ານ ຍັງຮຽກຮ້ອງມາຍັງທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ປ້ອງກັນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

Scan the code