ໃນຕອນເຊົ້າຂອງວັນທີ 26 ທັນວາ 2023, ຢູ່ທີ່ສະໂມສອນ ກົມໃຫ່ຍຕໍາຫຼວດ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃຫ້ແກ່ພະນັກງານກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມີຄະນະກົມ, ພະແນກ, ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊືມໃນຄັ້ງນີ້ປະກອບມີ:

1. ເຜີຍແຜ່ເຊື່ອມຊືມຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V;

2. ບົດປະກອບຄໍາເຫັນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ;

3. ປະຖະກະຖາ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (ວັນທີ 13 ທັນວາ 1920-ວັນທີ 13 ທັນວາ 2023);

4. ປະຖະກະຖາ ລະນຶກວັນເກີດຂອງພະນະທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924- 8 ກຸມພາ 2024);

5. ປະຖະກະຖາ 48 ປີ ແຫ່ງການພັດທະນາປະເທດຊາດ ພາຍໃຕ້ການການນໍາພາຂອງພັກ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໃນວາລະໄດ້ມີຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຜັດປ່ຽນກັນເຜີຍແຜ່ບັນລະຍາຍເຊື່ອມຊືມ ເອກະສານຕ່າງໆ.

ທ່ານ ພັອ ກິແກ້ວ ຈັນທະລັງສີ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາການຈັດຕັ້ງປະຕິບັດມະຕິກອງປະຊຸມກາງ ສະໄໝທີ V ຂອງຄະນະບໍລິຫານງານພັກກະຊວງ ປກສ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານດັ່ງນີ້:

ໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫ່ຍຄັ້ງທີ່ 11 ຂອງພັກ, ກອງປະຊຸມໃຫ່ຍຄັ້ງທີ 05 ຂອງອົງຄະນະພັກກະຊວງ, ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ, ສຶກສາອົບຮົມການເມືອງແນວຄິດ, ເຜີຍແຜ່ມູນເຊື້ອວັນສໍາຄັນຂອງພັກຂອງຊາດ ເພື່ອໃຫ້ພະນັກງານນັກຮົບຮັບຮູ້ ແລະ ເຂົ້າໃຈ

ເຊື່ອມຊືມກໍາແໜ້ນການນໍາພາຂອງພັກ, ປັບປຸງກໍ່ສ້າງພັກ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໂດຍອິງໃສ່ 05 ຫຼັກການ 03 ທິດນໍາ ເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ສະມາຊິກພັກເຕີຍໃຫ່ຍຂະຫຍາຍໂຕ ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກ

ຖານຕາມ 04 ຄາດໝາຍ, 04 ເນື້ອໃນ, ວຽກງານການຈັດຕັ້ງມະຫາຊົນປະຕິບັດຂໍ້ແຂ່ງຂັນ 03 ດີ 04 ບຸກ ແລະ 05 ເປັນເຈົ້າ.

ນອກນັ້ນ, ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຍັງໄດ້ປະຖະກະຖາ 48 ປີ ແຫ່ງການພັດທະນາປະເທດຊາດ ພາຍໃຕ້ການການນໍາພາຂອງພັກ.ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ປະຖະກະຖາ ລະນຶກວັນເກີດຂອງພະນະທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທັງສອງທ່ານເປັນຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນທັງຊາດ, ເປັນການນໍາພາທີ່ສະຫຼາດສ່ອງໃສ, ໃນການເດັດດ່ຽວຕໍ່ສູ້ກູ້ຊາດທີ່ອົງອາດກ້າຫານ ຍອມເສຍສະຫຼະເລືອດເນື້ອ ເພື່ອຊາດ ເພື່ອປະຊາຊົນ, ເພື່ອການປະຕິວັດ, ຕໍ່ສູ້ບໍ່ຍອມຈໍານົນ, ຈົນກາຍເປັນນັກປະຕິວັດຜູ້ຍິ່ງໃຫ່ຍຂອງຊາດ, ເປັນວິລະບູລຸດທີ່ແຂງກ້າ, ເປັນແບບຢ່າງທີດີຕໍ່ຮູ່ນລູກ ຮຸ່ນຫຼານ, ເປັນແບບຢ່າງອັນໄສແຈ້ງ, ມີແບບແຜນວິທີເຮັດວຽກທີ່ພົ້ນເດັ່ນ ແລະ ຍາດເອົາໄຊຊະນະຢ່າງຕໍ່ເນື່ອງ, ສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຂື້ນ ໃນວັນທີ 02 ທັນວາ 1975 ຢ່າງສະງ່າຜ່າເຜີຍ ແລະ ເຕີບໃຫ່ຍເຂັ້ມແຂງເປັນກ້າວໆຈົນເຖິງປະຈຸບັນ.

Scan the code