ໃນວັນທີ 19 ກໍລະກົດ 2024, ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ແລະ ອົງການວິນຣ໋ອກສາກົນ ປະຈຳ ສປປ ລາວ (Winrock International) ໄດ້ຈັດງານລະນຶກເຖິງ ວັນສາກົນເພື່ອຕ້ານການຄ້າມະນຸດ ເຊິ່ງກົງກັບວັນທີ 30 ກໍລະກົດ ຂອງທຸກໆປີ ທີ່ ໂຮງແຮມລາວເທວ (Laotel Hotel). ເຊີ່ງຄໍາຂວັນຂອງ ວັນສາກົນເພື່ອຕ້ານການຄ້າມະນຸດໃນປີນີ້ ແມ່ນມີຈຸດປະສົງໃນການແກ້ໄຂທຸກຮູບແບບຂອງການຄ້າມະນຸດໃນເດັກ ພາຍໃຕ້ ຄໍາຂວັນ “Leave no child behind in the tight against human trafficking”. ໂດຍການເຂົ້າຮ່ວມຂອງ ທ່ານ ມີໄຊ ແສງຈັນທະວົງ, ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ດຣ.ນາງ ຊູກຽດ ປັນຍານຸວົງ, ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ,ອົງການວິນຣ໋ອກສາກົນ ປະຈຳ ສປປ ລາວ. ໂດຍມີຕາງໜ້າຈາກຫຼາຍໜ່ວຍງານຈາກ ພາກລັດ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ໂດຍສະເພາະກຸ່ມໄວໜຸ່ມ, ນ້ອງ ນັກຮຽນຈາກໂຮງຮຽນ SOS ແລະ ຊາວໜຸ່ມຊົນເຜົ່າ ກໍໄດ້ເຂົ້າຮ່ວມງານໃນຄັ້ງນີ້.

ທ່ານ ມີໄຊ ແສງຈັນທະວົງ, ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ”ງານລະນຶກເຖິງວັນສາກົນເພື່ອຕ້ານການຄ້າມະນຸດໃນຄັ້ງນີ້ມີ ຈຸດປະສົງເພື່ອສະແດງໃຫ້ເຫັນເຖິງການສະກັດກັ້ນ ແລະ ການປ້ອງກັນໄວໜຸ່ມ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ເປັນກຸ່ມເປົ້າໝາຍຂອງພວກຄ້າມະນຸດ ເຊິ່ງທຸກພາກສ່ວນຈະຕ້ອງມີສ່ວນຮ່ວມເພື່ອຊ່ວຍກັນປ້ອງກັນ ແລະ ສະກັດກັ້ນເຂົາເຈົ້າບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ. ແຕ່ໃນກໍລະນີຜູ້ຖືກເຄາະຮ້າຍຈະເປັນເພດໃດກໍຕາມ ຕ້ອງ ມີສິດເຂົ້າເຖິງການຊ່ວຍເຫຼືອທັງ 4 ດ້ານ ອີງຕາມກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ຂອງ ສປປ ລາວ ທີ່ວາງອອກ ໂດຍບໍ່ມີການຈຳແນກ ຫຼື ປະໃຜໄວ້ຂ້າງຫຼັງ ໂດຍສະເພາະແມ່ນເດັກ, ກ່ຽວກັບເລື່ອງດັ່ງກ່າວ, ຂ້າພະເຈົ້າຂໍເຊີນຊວນທຸກ ທ່ານໃນການມີສ່ວນຮ່ວມໃນຄວາມພະຍາຍາມໃນການສະກັດກັ້ນການຄ້າມະນຸດ ແລະ ໝັ້ນໃຈວ່າລູກຫຼານຂອງພວກເຮົາໄດ້ຮັບການປົກປ້ອງ”.

ນອກນັ້ນ, ທ່ານ ດຣ.ນາງ ຊູກຽດ ປັນຍານຸວົງ, ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຍັງໄດ້ ກ່າວວ່າ “ ໂຄງການຂອງພວກເຮົາໄດ້ອຸທິດໃນການເຮັດວຽກເພື່ອສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ຕ້ານການ ຄ້າມະນຸດ. ພວກເຮົາແມ່ນສຸມໃສ່ຊ່ວຍເຫຼືອກຸ່ມສຽງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໂດຍການເຮັດວຽກຢ່າງໃຫ້ຊິດກັບພາກລັດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຽງຄູ່ກັບ ພາກສ່ວນທີ່ກ່ຽວຂ້ອງອື່ນໆທັງໃນຂັ້ນສູນກາງ, ຂັ້ນແຂວງ ແລະ ທ້ອງຖິ່ນ. ການພັດທະນາຄວາມອາດສາມາດເຫຼົ່ານີ້ແມ່ນນອນໃນມາດຕະການປົກປ້ອງ ແລະ ສະກັດກັ້ນ ເຊິ່ງກ້າວໄປສູ່ການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ. ກິດຈະກຳຂອງໂຄງການຂອງພວກເຮົາແມ່ນລວມມີມາດຕະການໃນການປົກປ້ອງ ແລະ ສະກັດກັ້ນ ເປົ້າໝາຍແມ່ນເພື່ອ ກ້າວໄປສູ່ການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ. ກິດຈະກໍາວັນສາກົນຕ້ານການຄ້າມະນຸດ ກໍນອນໃນໜຶ່ງວິທີ ການໃນການສະກັດກັ້ນຂອງລັດຖະບານໃນການຕໍ່ສູ້ກັບບັນຫາສໍາຄັນດັ່ງກ່າວ”.

ການຄ້າມະນຸດເປັນທັງອາຊະຍາກຳ ແລະ ການຄຸກຄາມສິດທິມະນຸດ, ເດັກນ້ອຍໃນທົ່ວໂລກຕ້ອງປະເຊີນກັບຫຼາຍຮູບ ແບບຂອງການຄ້າມະນຸດ ລວມມີ: ການບັງຄັບໃຊ້ແຮງງານ, ຂໍທານ, ການສວຍໃຊ້ຫາຜົນປະໂຫຍດທາງອິນເຕີເນັດ ແລະ ການຄຸກຄາມທາງເພດ. ໃນນັ້ນມີຫຼາຍຄົນທີ່ມີອາຍຸຕໍ່າກວ່າ 18 ທີ່ກາຍເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ເນື່ອງຈາກເຂົາເຈົ້າບໍ່ຕະໝັກຮູ້ເຖິງຄວາມສ່ຽງທີ່ຕິດພັນກັບການຄ້າມະນຸດ ແລະ ບໍ່ຄໍານຶງເຖິງຜົນໄລຍະຍາວ, ກ້າວໄປສູ່ ຄວາມສ່ຽງຕໍ່ກັບຮູບແບບຕ່າງໆຂອງການສວຍໃຊ້ຫາຜົນປະໂຫຍດຂອງກຸ່ມຄົນບໍ່ດີ.

Scan the code