ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວັນທີ 4-5 ມິຖຸນາ 2025 ຜ່ານມານີ້, ຄະນະຮັບຜິດຊອບຊີ້ນຳຈຸສະເພາະກິດ ປກສ ແຂວງອຸດົມໄຊ ເຄື່ອນໄຫວກວດກາຄືນບັນດາຫ້າງຮ້ານທີ່ມີສາວບໍລິການ ແລະ ເຄີຍສຶກສາອົບຮົມມາແລ້ວວ່າມີການຢຸດເຊົາຫລືບໍ່?, ແຕ່ຜ່ານການຕິດຕາມກວດກາຄືນເຫັນວ່າ ສ່ວນຫຼາຍແມ່ນຍັງບໍ່ຢຸດເຊົາ. ໃນນັ້ນ, ມີຈຳນວນ 2 ຈຸດຄື: ບ້ານກີວຈະລຸ ເມືອງໄຊ ມີ 3 ຮ້ານ, ມີສາວບໍລິການ 14 ຄົນ ແລະ ບ້ານໝາກຈຸກ ເມືອງນາໝໍ້ ມີ 5 ຮ້ານ, ມີສາວບໍລິການ 25 ຄົນ, ເຊິ່ງມີລັກສະນະປ່ຽນຮູບການໃໝ່ໄປເລື້ອຍໆ.

ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ໃຫ້ການຕໍ່ກັບເຈົ້າໜ້າທີ່ວ່າ: ໄດ້ເຊົ່າສະຖານທີ່ເພື່ອເປີດຮ້ານອາຫານ, ຮ້ານກິນດື່ມແລ້ວຮັບເອົາສາວບໍລິການ, ບາງຄົນກໍສະໝັກໃຈມາຢູ່ເອງ, ສາວບໍລິການສ່ວນຫຼາຍແມ່ນມາແຕ່ຕ່າງເມືອງ, ຕ່າງແຂວງ, ສາວບໍລິການເຂົ້າມາຮ້ານແມ່ນຈະບໍ່ມີເງິນເດືອນໃຫ້ ເຊິ່ງຍິງສາວດັ່ງກ່າວຈະອາໄສສະຖານທີ່ຂອງຮ້ານເປັນບ່ອນພົວພັນ ແລະ ຂາຍປະເວນີ, ເວລາມີແຂກເຂົ້າມາໃຊ້ບໍລິການແມ່ນອາໄສສະຖານທີ່ພັກເຊົາເປັນການຊົ່ວຄາວ, ບາງຄັ້ງກໍໄປໃຊ້ບໍລິການທາງນອກ, ສ່ວນເຈົ້າຂອງຮ້ານແມ່ນຈະເກັບຄ່າບໍລິການຊົ່ວຄາວແມ່ນ 100,000 ກີບຕໍ່ຄັ້ງ, ຖ້າເປັນຄ້າງຄືນແມ່ນ 300,000 ກີບຕໍ່ຄັ້ງຕໍ່ຄົນ.

ຕໍ່ກັບເຈົ້າຂອງຮ້ານກິນດື່ມດັ່ງກ່າວ ທາງເຈົ້າໜ້າທີ່ແມ່ນໄດ້ສືກສາອົບຮົມ ແລະ ປັບໄໝຕາມລະບຽບກົດໝາຍ, ສ່ວນສາວບໍລິການແມ່ນໄດ້ສືກສາອົບຮົມ ແລ້ວມອບໃຫ້ເຈົ້າຂອງຮ້ານສົ່ງກັບບ້ານໃຫ້ຜູ້ປົກຄອງສືບຕໍ່ສືກສາອົບຮົມຕໍ່ໄປ.