ເນື່ອງໃນໂອກາດປີໃໝ່ສາກົນ ຄ.ສ 2024 ທີ່ຈະໝູນວຽນມາຮອດນີ້, ໃນຕອນບ່າຍຂອງວັນທີ 22 ທັນວາ 2023, ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ແລະ ທ່ານ ດຣ ນາງ ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ອົງການ ວິນຣັອກສາກົນ ປະຈຳ ສປປ ລາວ ພ້ອມດ້ວຍທີມງານ ໄດ້ເຂົ້າອວຍພອນ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ.

ໂອກາດນີ້, ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ແລະ ທ່ານ ດຣ ນາງ ຊູກຽດ ປັນຍານຸວົງກ່າວຄໍາອວຍພອນໄຊໃຫ້ ທ່ານຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນໍາ-ນໍາພາວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະວຽກງານຕ້ານການຄ້າມະນຸດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບສູງຂື້ນກວ່າເກົ່າ.

ພ້ອມດຽວກັນນີ້, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ກ່າວຂອບໃຈມາຍັງ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ ວິນຣັອກສາກົນ ປະຈຳ ສປປ ລາວ ທີ່ໄດ້ມາອວຍພອນ ເນື່ອງໃນໂອກາດປີໃໝ່ສາກົນທີ່ຈະມາເຖິງນີ້ ເຊິ່ງເປັນການຮັດເເໜ້ນຄວາມສາມັກຄີ, ຮັກເເພງ, ຊ່ວຍເຫຼຶອເຊິ່ງກັນ ເເລະ ກັນ ລະຫວ່າງສອງພາກສ່ວນ ເເລະ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໃຫ້ເເໜ້ນເເຟ້ນຍິ່ງຂຶ້ນ ແລະ ທ່ານຍັງໄດ້ໂອ້ລົມໃຫ້ສອງພາກສ່ວນ ສືບຕໍ່ເສີມຂະຫຍາຍເຂົ້າໃນວຽກງານຕ້ານການຄ້າມະນຸດ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

Scan the code