ວັນສາກົນເພື່ອຕ້ານການຄ້າມະນຸດ 30 ກໍລະກົດ (World Day Against Trafficking in persons)

ອົງ­ການ​ສະ­ຫະ​ປະ­ຊາ­ຊາດ ໄດ້​ໃຫ້​ຄວາມ​ສໍາ​ຄັນ​ ຕໍ່ວຽກງານຕ້ານການຄ້າມະນຸດເປັນ​ພິ­ເສດ ຊຶ່ງ​ໃນ​ປີ 2010 ກອງ​ປະ­ຊຸມ​ສະ­ມັດ­ຊາ​ໃຫ່​ຍ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ­ຊາດ ໄດ້​ຮັບ­ຮອງ​ເອົາ​ແຜນ​ປະ­ຕິບັດ​ງານ​ສາ­ກົນ​ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ມະ­ນຸດ ແລະ ຕໍ່​ມາ​ໃນ​ວັນ​ທີ 18 ທັນ­ວາ 2013 ກອງ​ປະຊຸມ​ສະມັດ­ຊາ​ໃຫ່​ຍ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ­ຊາດ ຄັ້ງ​ທີ 68 ໄດ້​ຮັບ­ຮອງ​ເອົາ​ຍັດ­ຕິ​ ເລກທີ A/RES/68/192 ກ່ຽວ​ກັບ​ການ​ເພີ່ມ​ທະ­ວີ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ປະ­ສານ​ງານ ເພື່ອ​ຕ້ານ​ການ​ຄ້າ​ມະ­ນຸດ ແລະ ໄດ້ຕົກລົງ​ເອົາ​ວັນ​ທີ 30 ກໍ­ລະ­ກົດ ຂອງ​ທຸກໆ​ປີ ເປັນ​ວັນ​ສາ­ກົນ​ເພື່ອ​ຕ້ານ​ການ​ຄ້າ​ມະ­ນຸດ ເຊິ່ງມະຕິ​ສະບັບ​ນີ້​ໄດ້​ປະກາດ​ວ່າ ວັນ​ດັ່ງກ່າວ​ມີ​ຄວາມ​ຈຳ​ເປັນ​ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະພາບ​ການ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ​ແລະ ຊຸກຍູ້​ການ​ປົກ​ປ້ອງ​ສິດ​ຂອງ​ເຂົາ​ເຈົ້າ, ໂດຍ​ໃຫ້​ເລີ່ມ​ຈັດຕັ້ງປະຕິບັດວັນດັ່ງກ່າວນັບ​ແຕ່​ປີ 2014 ເປັນ­ຕົ້ນ​ໄປ

Scan the code