ໃນວັນທີ 23 ມິຖຸນາ 2025 ທີ່ ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຜູ້ຕົກຢູ່ໃນຄວາມສ່ຽງທີ່ຈະຖືກຄ້າມະນຸດ ໄລຍະ IV (2025-2027) ລະຫວ່າງ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າເຊັນໂດຍ ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫົວ ໜ້າອົງການ ບ້ານຈຸດສຸມສາກົນ ປະຈຳ ສປປ ລາວ ເຊັນໂດຍ ທ່ານ ຣີຊາດ ຣີດສ.
ໃນພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກ, ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ຮອດທ້ອງຖິ່ນ.
ໂຄງການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ຖືກເຄາະຮ້າຍ ແລະ ຜູ້ຕົກຢູ່ໃນຄວາມສ່ຽງທີ່ຈະຖືກຄ້າມະນຸດ ໄລຍະ IV ຈຸດປະສົງລວມຂອງໂຄງການ ເພື່ອຊ່ວຍເຫຼືອເດັກ-ແມ່ຍິງດ້ອຍໂອກາດ, ແຮງງານທີ່ມີຄວາມສ່ຽງທີ່ກັບຈາກຕ່າງປະເທດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້, ມີວິຊາຊີບ ແລະ ມີຄວາມອາດສາມາດປັບປຸງຊີວິດຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ມີວຽກເຮັດງານທໍາທີ່ໝັ້ນຄົງ ເພື່ອບໍ່ໃຫ້ເຂົາເຈົ້າຕົກເປັນຖືກເຄາະຮ້າຍຈາກການຄ້າມະນຸດອີກ. ເຊີ່ງມີພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການປະກອບມີ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງ ໄຊຍະບູລີ, ແຂວງຫຼວງພະບາງ, ແຂວງ ສາລາວັນ ແລະ ແຂວງ ຈໍາປາສັກ ໂຄງການດັ່ງກ່າວປະກອບມີ 4 ກິດຈະກໍາຫຼັກ ຄື:
1. ໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອ ສະໜອງທີ່ພັກເຊົາທີ່ປອດໄພ, ການຮັກສາສຸຂະ ພາບ, ຝຶກອົບຮົມວິຊາຊີບ, ສ້າງອາຊີບ, ສ້າງໂອກາດການມີວຽກເຮັດງານທໍາ ໃຫ້ແກ່ເດັກ-ແມ່ຍິງດ້ອຍໂອກາດ, ແຮງງານທີ່ມີຄວາມສ່ຽງທີ່ຈະຸຖືກຄ້າມະນຸດ, ຜູ້ທີ່ມີຄວາມສ່ຽງຈາກການໃຊ້ຄວາມຮຸນແຮງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ;
2. ສ້າງຈິດສໍານຶກກ່ຽວກັບການເຄື່ອນຍ້າຍແບບປອດໄພ ແລະ ຄວາມອັນຕະລາຍຂອງການຄ້າມະນຸດ ໃຫ້ແກ່ເດັກ-ແມ່ຍິງດ້ອຍໂອກາດ, ຊຸມຊົນ, ອໍານາດການປົກຄອງຂັ້ນບ້ານ, ແຮງງານທີ່ມີຄວາມສ່ຽງທີ່ກັບຈາກຕ່າງປະເທດ;
3. ສ້າງຄວາມອາດສາມາດໃຫ້ຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຂັ້ນແຂວງ, ຂັ້ນເມືອງ ແລະ ຕາໜ່າງປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຂັ້ນບ້ານ ແລະ ຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງ ກ່ຽວກັບການຊ່ວຍເຫຼືອແກ່ເດັກ-ແມ່ຍິງດ້ອຍໂອກາດ, ແຮງງານທີ່ມີຄວາມສ່ຽງທີ່ຈະຖືກຄ້າມະນຸດ, ແຮງງານທີ່ມີຄວາມສ່ຽງທີ່ກັບຈາກຕ່າງປະເທດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ;
4. ສ້າງຄວາມເຂັ້ມແຂງໃນການແປພາສາ ທີ່ເຫັນວ່າມີຄວາມຈຳເປັນ. ມູນຄ່າທັງໝົດຂອງໂຄງການ 1,581,600 USD ເຊິ່ງໄດ້ຮັບການສະໜັບສະໜູນ ລັດຖະບານ ແຫ່ງ ສະຫະລັດອາເມລິກາ ແລະ ອົງການແຮງງານສາກົນ (ILO) .


