ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການໃຫ້ຄໍາປຶກສາ, ການກຳນົດຕົວເບື້ອງຕົ້ນ, ການຄຸ້ມຄອງກໍລະນີ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂອງສະຫະພັນແມ່ຍິງ 04 ແຂວງ ໃນລະຫວ່າງວັນທີ 25-27 ມິຖຸນາ 2024 ທີ່ເມືອງວັງວຽງ, ແຂວງ ວຽງຈັນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ປອ. ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ; ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ, ຍິງ 24 ທ່ານ, ຕາງໜ້າຈາກ ສະຫະພັນແມ່ຍິງຈາກ 04 ແຂວງຄື: ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ສະຫວັນນະເຂດ, ຈຳປາສັກ ແລະ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ.

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານານງານ ກ່ຽວກັບການໃຫ້ຄໍາປຶກສາ, ການກໍານົດຕົວເບື້ອງຕົ້ນ, ການຄຸ້ມຄອງກໍລະນີ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ໃຫ້ເປັນຮູບປະທຳຕົວຈິງ, ທັງເປັນການຈັດຕັ້ງຜັນຂະຫຍາຍ ແຜນດຳເນີນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະທີ 3 (2021-2025) ແຜນງານທີ 4: ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຊຶ່ງໄດ້ເອົາໃຈໃສ່ປະຕິບັດບົດບາດຂອງສະຫະພັນແມ່ຍິງລາວ ໃນການເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ ຊຶ່ງໄດ້ປະຕິບັດ 02 ວຽກຕົ້ນຕໍ ຄື: 1) ວຽກງານປ້ອງກັນການຄ້າມະນຸດ: ການໂຄສະນາເຜີຍແຜ່ກົດໝາຍ, ປູກຈິດສຳນຶກກ່ຽວກັບຜົນຮ້າຍ ແລະ ຜົນກະທົບຂອງການຄ້າມະນຸດ ໃຫ້ກຸ່ມເປົ້າໝາຍຕ່າງໆ; 2) ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໂດຍຖືເອົາຜູ້ຖືກເຄາະຮ້າຍເປັນໃຈກາງ ໂດຍການສະໜອງການຊ່ວຍເຫຼືອອັນຈໍາເປັນທັງ 06 ດ້ານແກ່ຜູ້ຖືກເຄາະຮ້າຍ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ເພື່ອສາມາດຕອບສະໜອງແກ່ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ກິດຈະກຳນີ້ຈັດຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ມູນນິທິເອເຊຍ (THE ASIA FOUNDATION) ປະຈໍາ ສປປ ລາວ.

Scan the code