
ກອງປະຊຸມສະຫຼຸບປິດການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ສຳລັບ ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ
ໃນວັນທີ 25 ກັນຍາ 2024, ກົມສັງຄົມສັງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ອົງການວິນຣ໋ອກສາກົນ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບປິດການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ສຳລັບ ແຂວງ ອຸດົມໄຊ ແລະ ແຂວງ…
ກອງປະຊຸມ ປຶກສາຫາລືແລກປ່ຽນຄວາມຮູ້ ກ່ຽວກັບ ການພົວພັນລະຫວ່າງ ຄວາມພິການ ແລະ ການຄ້າມະນຸດ
ໃນວັນທີ 19-20 ກັນຍາ 2024, ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປລາວ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນຄວາມຮູ້ ກ່ຽວກັບ ການພົວພັນລະຫວ່າງ ຄວາມພິການ ແລະ ການຄ້າມະນຸດ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ…
ຝຶກອົບຮົມວຽກງານຕ້ານການຄ້າມະນຸດ ໃນຂະແໜງການທ່ອງທ່ຽວ
ໃນວັນທີ 19 ກັນຍາ 2024 ຢູທີ່ສະໂມສອນບ້ານ ນາທອງ, ເມືອງວັງວຽງ ແຂວງວຽງຈັນ; ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດຊຸດຝຶກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ແກ່ພະນັກງານໃນຂະແໜງການທ່ອງທ່ຽວ ຂັ້ນທ້ອງຖິ່ນເຂດທີ່ມີການທ່ອງທ່ຽວຂະຫຍາຍຕົວສູງ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວຫນ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ,…
ຝຶກອົບຮົມຄູຝຶກວຽກງານກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ ເມືອງ ວັງວຽງ ແຂວງ ວຽງຈັນ
ໃນອາທິດທີ່ຜ່ານມາ ທີ່ໂຮງແຮມ ເອັດ ວັງວຽງ ແຂວງ ວຽງຈັນ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຝຶກອົບຮົມຄູຝຶກວຽກງານການກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍການເປັນປະທານຮ່ວມຂອງ ທ່ານ ພັອ ຄໍາຟອງ ວົງດາລາແສນ ຮອງກອງບັນຊາການ ປກສ ແຂວງ…
ກອງປະຊຸມ ປຶກສາຫາລືຮ່ວມກັບຄູ່ຮ່ວມງານ ກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈຳປີ 2024-2025
ໃນວັນທີ 12 ກັນຍາ 2024, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ…
ພິທີມອບ-ຮັບ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ
ໃນວັນທີ 4 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມຊັ້ນສາມກົມໃຫ່ຍຕໍາຫຼວດ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດພິທີມອບ-ຮັບໜ້າທີລະຫ່ວາງ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ແລະ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ໃໝ່)…
ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18
ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 28 ສິງຫາ 2024 ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ…
ສານຂອງທ່ານຮອງນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ 30 ກໍລະກົດ 2024
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ ! ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ໄດ້ໝູນ ວຽນມາອີກວາລະໜຶ່ງ; ຕາງໜ້າໃຫ້ການນໍາພັກ, ລັດຖະບານ ແລະ ໃນນາມສ່ວນຕົວ; ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ…
ໂຄສະນາປູກຈິດສຳນຶກ ກ່ຽວກັບ ການຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍແຮງງານທີ່ປອດໄພ.
ໃນວັນທີ 19 ກໍລະກົດ 2024, ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ແລະ ອົງການວິນຣ໋ອກສາກົນ ປະຈຳ ສປປ ລາວ (Winrock International) ໄດ້ຈັດງານລະນຶກເຖິງ…