ຢູ່ທີ່ ໂຮງແຮມລາວພຣາຊາ ໃນວັນທີ 30 ມັງກອນ 2024 ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການວີນລ໋ອກສາກົນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາ ພາຍໃຕ້ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ປະຈໍາປີ 2023 ແລະ ທິດທາງແຜນການ 2024 ສໍາລັບສອງແຂວງເປົ້າໝາຍຄື: ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ມີໄຊ ແສງຈັນທະວົງ ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮ່ວມກັບທ່ານ ນາງ ສີລາວັນ ວົງໂພສີ ຊ່ຽວຊານຄຸ້ມຄອງ ແລະ ບໍລິຫານໂຄງການຈາກ USAID , ມີທ່ານ ນາງ ດຣ ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ, ມີແຂກທີ່ຖືກເຊີນ ແລະ 02ແຂວງ ເປົ້າໝາຍ ແຂວງ ອຸດໄຊ ແລະ ແຂວງ ຫຼວງນໍ້າທາເຂົ້າຮ່ວມ.

ການລົງນາມ MOU ສະບັບທີ 02 ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການວີນຣອ໋ກສາກົນ ໄດ້ລົງນາມໃນວັນທີ 11 ມັງກອນ 2023 ແລະ ຈະສີ້ນສຸດໃນເດືອນ ກັນຍາ 2024 ເຊິ່ງມີພື້ນທີເປົ້າໝາຍໂຄງການຢູ່ 02 ແຂວງ ຄື, ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນໍ້າທາ, ການຈັ້ງຕັ້ງປະຕິບັດກິດຈະກໍາໂຄງການ ຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດຕະຫຼອດໄລຍະຜ່ານມາພັກ-ລັດຖະບານ ໄດ້ຖືເອົາວຽກງານຕ້ານການຄ້າມະນຸດ ເປັນວຽກງານໜື່ງທີ່ສໍາຄັນ ແລະ ໄດ້ຊີ້ນໍາ-ນໍາພາວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບນັບທັງສູນກາງ ແລະ ທ້ອງຖີ່ນ, ສ້າງ, ປັບປຸງຄູ່ມື, ນິຕິກໍາທີ່ກ່ຽວຂ້ອງເພື່ອເປັນບ່ອນອິ່ງໃນການຈັດຕັ້ງປະຕິບັດ, ເຮັດວຽກງານໂຄສະນາປູກຈິດສໍານຶກໃຫ້ແກ່ສັງຄົມດ້ວຍຫຼາຍຮູບແບບ, ປະຕິບັດມາດຕະການທາງກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ປົກປ້ອງ, ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ແລະ ໄດ້ແລກປ່ຽນປະສົບການ, ບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດຜ່ານມາ, ການຈັດຕັ້ງປະຕິບັດກິດຈະກໍາ ພາຍໃຕ້ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ປີ 2024 ແມ່ນຈະເລັ່ງໃສ່ 03 ກິດຈະກໍາຫຼັກຂອງໂຄງການຄື:

1. ສ້າງຄວາມເຂັ້ມແຂງໃນການປະສານງານລະຫວ່າງຄູ່ຮ່ວມງານພາກລັດ ແຕ່ສູນກາງຮອດທ້ອງຖີ່ນ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ

2. ຮ່ວມມືກັບພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອສົ່ງເສີ້ມໃຫ້ຜູ້ມີຄວາມສ່ຽງ, ຜູ້ດ້ອຍໂອກາດ, ຜູ້ຖຶກເຄາະຮ້າຍຈາການຄ້າມະນຸດ ໄດ້ຮັບການຝຶກອົບຮົມວິຊາຊີບ, ມີວຽກເຮັດງານທໍາ

3. ສົ່ງເສີມການລະບຸຕົວ, ບໍລິການ ແລະ ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍໃຫ້ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງ ໃນແຂວງ ເປົ້າໝາຍ

Scan the code