ໃນຕອນບ່າຍຂອງວັນທີ 17 ມັງກອນ 2024, ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ (ກົມ 312), ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັອ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ໄດ້ກ່າວຈຸດປະສົງ ແລະ ລາຍງານກ່ຽວກັບບັນດາກິດຈະກຳຂອງແຜນງານຮ່ວມກັບກົມ 312 ທີ່ໄດ້ຮັບຜົນສຳເລັດໃນປີຜ່ານມາ ເຊັ່ນວ່າ ສຳເລັດກອງປະຊຸມວິຊາການໃນການສ້າງປື້ມຄູ່ມືຄູຝຶກວຽກງານສືບສວນ-ສອບສວນ ຄະດີຄ້າມະນຸດ, ກອງປະຊຸມປຶກສາຫາລືກ່ຽວກັບການແລກປ່ຽນຂໍ້ມູນ ແລະ ສະຖິຕິ ຄະດີຄ້າມະນຸດຂອງ 3 ຂະແໜງການ (ເຈົ້າໜ້າທີ່ຕຳຫຼວດ, ສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດ), ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບຫຼັກຖານທາງດ້ານອີເລັກໂທນິກ ເຂົ້າໃນການສືບສວນ-ສອບສວນ ຄະດີຄ້າມະນຸດ. ນອກຈາກນັ້ນ ທັງສອງພາກສ່ວນ ຍັງໄດ້ປຶກສາຫາລືກ່ຽວກັບແຜນກິດຈະກຳທີ່ຈະສືບຕໍ່ໃນປີ 2024 ເປັນຕົ້ນແມ່ນ ການຈັດກອງປະຊຸມຄະນະກຳມະການຊີ້ນຳແຜນງານອາຊຽນ-ອົດສະຕຣາລີ (NPSC) ປະຈຳປີ 2023, ກອງປະຊຸມສອງຝ່າຍ ລາວ-ໄທ ກ່ຽວກັບມາດຕະຖານການດຳເນີນງານດ້ານການຮ່ວມມືໃນການບັງຄັບໃຊ້ກົດໝາຍເພື່ອຕ້ານການຄ້າມະນຸດ, ການຮັບຮອງປື້ມຄູ່ມືຄູຝຶກວຽກງານການສືບສວນ-ສອບສວນ ຄະດີຄ້າມະນຸດ, ການຕິດຕາມຊຸກຍູ້ດ້ານວິຊາການດ້ານວຽກງານສືບສວນ-ສອບສວນ ຄະດີຄ້າມະນຸດ ໃຫ້ແກ່ແຂວງເປົ້າໝາຍ ແລະ ອື່ນໆ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັນ.

ພ້ອມດຽວກັນນີ້, ທ່ານ ພັອ ກິແກ້ວ ຈັນທະລັງສີ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນໄລຍະຜ່ານມາ ທີ່ທາງແຜນງານໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງໄດ້ຮັບຜົນສຳເລັດຫຼາຍໆກິດຈະກຳ ແລະ ຫວັງຢ່າງຍິ່ງວ່າ ແຜນງານຈະໃຫ້ການສະໜັບສະໜູນຕໍ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນ ສປປ ລາວ ໃຫ້ມີປະສິດພາບ ແລະ ປະສິດທິຜົນ ສູງຂື້້ນກວ່າເກົ່າ.

Scan the code