ການຮ່ວມມືສອງຝ່າຍ, ຫຼາຍຝ່າຍ

ກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 38

ກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 38

ວັນທີ 27 ມີນາ 2024 ທີ່ໂຮງແຮມ ລາວພຣາຊ໋າ ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 38, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຮູບແບບເຊິ່ງໜ້າ ແລະ ແບບອອນລາຍ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ພັທ ວັນປະດິດ ຈັນທະວົງ, ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ. ໃນນາມຫົວໜ້າຄະນະສະເພາະກິດ ສປປ ລາວ…

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT) ຄັ້ງທີ 15

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT) ຄັ້ງທີ 15

ໃນລະຫວ່າງວັນທີ 23-24 ພະຈິກ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທ່ານ ພັທ ວັນປະດິດ ຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາພາຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄອມມິດ (SOM COMMIT) ຄັ້ງທີ 15 ໂດຍການເປັນປະທານຂອງ ທ່ານ ດຣ ນາງ ຄັນທາ ພາວີ ລັດຖະມົນຕີກະຊວງແມ່ຍິງ, ລັດຖະບານແຫ່ງຣາຊະອານາຈັກກຳປູເຈຍ…