ກອງປະຊຸມ ອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ 20 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27 ພຶດສະພາ 2024, ຜ່ານມາ ດ້ວຍຮູບແບບວິດີໂອທາງໄກ ໂດຍແມ່ນປະເທດ ຟີລິບປີນ ເປັນເຈົ້າພາບ ໂດຍມີບັນດາທ່ານຜູ້ຕາງໜ້າ ຈາກປະເທດສະມາຊິກ ທີ່ເຂົ້າຮ່ວມຈາກປະເທດ 11 ປະເທດອາຊຽນ ມີປະເທດ ບຣູໄນ, ກຳປູເຈຍ, ມຽນມາ, ສີງກະໂປ, ມາເລເຊຍ, ອີນໂດເນເຊຍ, ຟີລິບປິນ, ໄທ, ລາວ, ຫວຽດນາມ ແລະ ປະເທດຕີມໍເລສເຕ, ສໍາລັບຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ພັທ ວັນປະດິດ ຈັນທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັທ ວັນປະດິດ ຈັນທະວົງ ໄດ້ລາຍງານຕໍ່ກອງປະຊຸມວ່າ ສ ປປ ລາວ ເປັນປະເທດໜື່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງລາວ ແລະ ຕ່າງປະເທດ, ອີກທັງເປັນປະເທດ ທີ່ມີຄວາມຮຽກຮ້ອງຕ້ອງການກຳລັງແຮງງານນັບມື້ນັບສູງຂື້ນ.

ສະພາບການຄ້າມະນຸດທີ່ພົ້ນເດັ່ນ ໃນປີ 2023 ແມ່ນພວກຄົນບໍ່ດີໄດ້ມີການຕົວະຍົວະຫຼອກລວງຜ່ານຊື່ສັງຄົມອອນລາຍ ເຮັດໃຫ້ບັນດາຊາວໜຸມຍິງ-ຊາຍ ພາກັນຫຼັ່ງໄຫຼໄປອອກແຮງງານ, ໄປແຕ່ງງານ, ໄປທ່ອງທ່ຽວ ແລ້ວຖືກບັງຄັບຂູດຮີດແຮງງານ (ການຫຼອກລວງທາງອອນລາຍ, ການສະແດງຖ່າຍທອດສົດການມີເພດສຳພັນ, ເປັນແມ່ບ້ານ ແລະ ເປັນກຳມະກອນກໍ່ສ້າງ) ຖືກບັງຄັບໃຫ້ຮ່ວມເພດສຳພັນ (ໃຫ້ຂາຍບໍລິການທາງເພດ), ຖືກຮຽກຄ່າໄຖ່ ແລະ ແຕ່ງງານແອບແຝງ.

ໃນປີ 2023, ໄດ້ດຳເນີນຄະດີຂໍ້ຫາຄ້າມະນຸດ ທັງໝົດ 45 ເລື່ອງ, ມີຜູ້ຖືກຫາ 98 ຄົນ, ຍິງ 47 ຄົນ, ຄົນຕ່າງປະເທດ 38 ຄົນ, ຍິງ 05 ຄົນ ແລະ ຜູ້ຖືກເຄາະຮ້າຍ 136 ຄົນ, ຍິງ 121 ຄົນ, ອາຍຸຕ່ຳກ່ວາ 18 ປີ 95 ຄົນ ເປັນຍິງທັັັັັັັັັັັັັັັັັັງໝົດ.

ນອກຈາກການເຮັດວຽກແລະ ສະກັດກັ້ນແລ້ວ, ສປປ ລາວ ຍັງໄດ້ເອົາໃຈໃສ່ໃນການສ້າງ ແລະປັບປຸງກົດໝາຍ, ນິຕິກຳ ແລະ ລະບຽບການຈຳນວນໜື່ງ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ, ສຸມໃສ່ປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (2021-2025) ໃຫ້ສຳເລັດຜົນຕາມລະດັບຄາດໝາຍ; ນອກນັ້ນ ຍັງໄດ້ຈັດຝຶກອົບຮົມຍົກລະດັບວຽກງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ ໃຫ້ສາມາດກຳໄດ້ຫຼັກການວິຊາສະເພາະ, ເລ້ລ່ຽມກົນອຸບາຍຂອງການຄ້າມະນຸດ ແນໃສ່ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ນຳເອົາຜູ້ຄ້າມະນຸດມາລົງໂທດ.

Scan the code