ກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ21 ໄດ້ຈັດຂຶ້ນໃນ ວັນທີ 21 ພຶດສະພາ 2025 ດ້ວຍຮູບແບບວິດີໂອທາງໄກ ໂດຍແມ່ນປະເທດ ຟິລິບປິນ ເປັນເຈົ້າພາບ ໂດຍມີບັນດາເຈົ້າໜ້າທີ່ ຮັບຜິດຊອບວຽກງານຕ້ານການຄ້າມະນຸດຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ, ຕາງໜ້າຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ພັຕ ອິນປົງ ຫຼວງປັນຍາ ຫົວໜ້າພະແນກເສນາກອງເລຂາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫ່ຍຕໍາຫລວດ ກະຊວງ ປກສ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອເປັນການປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງການປະຕິບັດແຜນວຽກອາຊຽນ ເພື່ອຕ້ານການຄ້າມະນຸດ, ລວມທັງໂຄງການທີ່ສຳເລັດ/ຍັງດຳເນີນການ ພ້ອມທັງແລກປ່ຽນທັດສະນະຕໍ່ກັບສະພາບການ, ທ່າອ່ຽງ ແລະ ແນວທາງການຮ່ວມມືເພື່ອແກ້ໄຂບັນຫາຄ້າມະນຸດ.
ສຳລັບ ສປປ ລາວ ແມ່ນໄດ້ສຸມໃສ່ແກ້ໄຂບັນຫາການຄ້າມະນຸດ ໃນ 5 ຫົວຂໍ້ຫຼັກຄື: ການແຕ່ງດອງແອບແຝງ, ການເຜີຍແຜ່ສິ່ງລາມົກອອກສູ່ສື່ສັງຄົມອອນລາຍ, ການຖືພາແທນ (ອຸ້ມບຸນ), ການເຄື່ອນຍ້າຍແຮງງານທີ່ຜິດກົດຫມາຍ. ແລະ ໃນປີ 2024 ທີ່ພົ້ນເດັ່ນກວ່າຫມູ່ໃນການຄ້າມະນຸດ ແມ່ນການແຕ່ງດອງແອບແຝງ ເຊິ່ງມີນາຍຫນ້າມາຕົວະຍົວະເອົາຍິງສາວລາວໄປແຕ່ງດອງກັບຄົນຕ່າງປະເທດແບບຜິດກົດຫມາຍ ແລະ ການເຜີຍແຜ່ສິ່ງລາມົກອານາຈານ. ພ້ອມດຽວກັນນີ້, ກໍຈະໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມຄູ່ຮ່ວມມືອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດຂ້າມຊາດ ກໍຄືການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນດ້ວຍການຮ່ວມມືໃນການຕ້ານອາຊະຍາກຳຂ້າມຊາດ ເຊິ່ງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກໍານົດໄວ້.
ໃນກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະປະເທດສະມາຊິກອາຊຽນ ພ້ອມທັງຊອກຫາວິທີແກ້ໄຂບັນຫາການຕ້ານການຄ້າມະນຸດທີ່ເກີດຂຶ້ນ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.



