ໃນລະຫວ່າງວັນທີ 19-21 ມິຖຸນາ 2024 ທີ່ ທ່າລາດ ແຂວງວຽງຈັນ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມສ້າງປຶ້ມຄູ່ມືດໍາເນີນຄະດີເດັກ ຂອງເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກພົວພັນກັບເດັກຂຶ້ນ ໂດຍການສະໜັບສະໜູນຈາກອົງການ ຢູນິເຊັບ (unicef) ປະຈໍາ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກົມອອ້ມຂ້າງກະຊວງປ້ອງກັນຄວາມສະຫງົບ ແລະ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 04 ທ່ານ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂຶ້ນກໍ່ເພື່ອ ສ້າງປຶ້ມຄູ່ມືດໍາເນີນຄະດີເດັກ ຂອງເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກພົວພັນກັບເດັກ ໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ. ເປັນການເສີມທັກສະ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກພົວພັນກັບເດັກ ເຮັດໃຫ້ການສືບສວນ-ສອບສວນ ຖືກຕ້ອງຕາມລະບຽບການ ແລະ ຂັ້ນຕອນ ສາມາດແກ້ໄຂໄດ້ຢ່າງໂປ່ງໃສ, ຍຸຕິທໍາ ແລະ ນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ.

ກອງປະຊຸມດໍາເນີນໄປເປັນເວລາ 03 ວັນ, ເຫັນໄດ້ວ່າຜູ້ເຂົ້າຮ່ວມຕາງໜ້າຈາກແຕ່ລະພາກສ່ວນໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນ ການປະກອບຄໍາຄິດຄໍາເຫັນໃສ່ໂຄງຮ່າງປຶ້ມ ຍົກບັນດານິຕິກໍາ, ກົດໝາຍ ແລະ ບັນດາປະສົບການທີ່ເຮັດວຽກຕົວຈິງໃນວຽກງານສືບສວນ-ສອບສວນຄະດີເດັກ ນໍາມາເປັນບ່ອນອີງພື້ນຖານໃນການສ້າງໂຄງຮ່າງປຶ້ມຄູ່ມືເຫຼັ້ມນີ້ໃຫ້ຄົບຖ້ວນສົມບູນ ພາຍຫຼັງສໍາເລັດໃນການສ້າງປຶ້ມຄູ່ມືສະບັບນີ້ ເຈົ້າໜ້າທີ່ສາມາດນໍາເອົາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນໃນຕໍ່ໜ້າ .

Scan the code