ໃນລະຫວ່າງວັນທີ 19 – 21 ມີນາ 2024 ນີ້, ຄະນະກໍາມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ນາຍ ແລະ ພົນທະຫານ ທີ່ກອງບັນຊາການທະຫານແຂວງຈຳປາສັກ.ໂດຍການເປັນປະທານຮ່ວມຂອງສະຫາຍ ພັອ ດາວໄກ ເລີດລີວັນ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດກະຊວງປ້ອງກັນປະເທດ ແລະ ສະຫາຍ ພົຈວ ສຸໄກ ພິມມະສານ ຄະນະປະຈຳພັກແຂວງ, ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ , ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ມີກອງເລຂາຄະນະກຳມະການຕ້ານການຄ້າມະນຸດ,ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ,ກອງບັນຊາການທະຫານແຂວງສາລະວັນ, ບັນດາສະຫາຍ ນາຍ ແລະ ພົນທະຫານ ຈາກກົມກອງອ້ອມຂ້າງ ຕະຫຼອດຮອດນັກສໍາມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຄ້າມະນຸດແມ່ນອາດຊະຍາກໍາປະເພດໜື່ງທີ່ເກີດຂື້ນຫຼາຍໃນຂົງເຂດ ແລະ ອະນຸພາກພື້ນ ເຊີ່ງມັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ,ວັດທະນະທຳ-ຮີດຄອງປະເພນີ,ກາຍເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາດ,ມາຮອດປະຈຸບັນອາດຊະຍາກຳການຄ້າມະນຸດແມ່ນພວມສືບຕໍ່ແຜ່ລາມ ແລະ ປ່ຽນແປງໄປໃນຫຼາຍຮູບ,ຫຼາຍແບບ ເຊີ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນຕະຫຼອດຮອດສິດທິມະນຸດ ແລະ ກຽດສັກສີຄວາມເປັນມະນຸດຂອງຄົນເຮົາຢ່າງໂຫດຮ້າຍປ່າເຖື່ອນ,ໂດຍສະເພາະແມ່ນຕໍ່ຜູ້ທີ່ຕົກເປັນເຫຍື່ອ ຫຼື ຜູ້ທີ່ຖືກເຄາະຮ້າຍ, ພັກ-ລັດຖະບານ ສ ປປ ລາວ ໄດ້ຖືເອົາວຽກງານຕ້ານການຄ້າມະນຸດເປັນບັນຫາສຳຄັນທີ່ຈຳເປັນຕ້ອງໄດ້ຮີບຮ້ອນແກ້ໄຂ ພ້ອມທັງໄດ້ກຳນົດວຽກງານດັ່ງກ່າວເຂົ້າໃນແຜນງານແຫ່ງຊາດ. ຊຶ່ງປະຈຸບັນແມ່ນພວມຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະທີ 3 ແຕ່ປີ 2021 – 2025 ທີ່ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດວາງອອກ, ໂດຍຖືເອົາການໂຄສະນາເຜີຍແຜ່ຂໍ້ມູນ,ຂ່າວສານ,ປູກຈິດສຳນຶກໃຫ້ຄວາມຮູ້ແກ່ທຸກຄົນເປັນກົກ ແລະ ຖືເອົາວຽກງານດໍາເນີນຄະນະດີ,ຊ່ວຍເຫຼືອຜູ້ຖືກເຄາະຮ້າຍເປັນວຽກສຳຄັນ. ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການຄ້າມະນຸດພາຍໃນແຂວງຈຳປາສັກ ແລະ ໃນ ສ ປປ ລາວ,ຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ຜັດປ່ຽນກັນ ນຳສະເໜີເຜີຍແຜ່ຫົວຂໍ້: ການຄ້າມະນຸດ ແລະ ຜົນຮ້າຍຂອງການຄ້າມະນຸດ,ການໝາຍໝັ້ນ,ແຕ່ງດອງແອບແຝງ,ການເອົາເດັກໄປເປັນລູກລ້ຽງແອບແຝງ,ການຖືພາແທນ,ການໄປອອກແຮງງານຢູ່ຕ່າງປະເທດແບບຖືກຕ້ອງແລະປອດໄພ,ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,ການເຜີຍແຜ່ກົດໝາຍຕ້ານການຄ້າມະນຸດ,ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,ການດຳເນີນຄະດີຕໍ່ຜູ້ກຳຜິດ ແລະ ການນຳສະເໜີຫົວຂໍ້ທະຫານຊາຍແດນເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດ. ການຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ ນາຍ ແລະ ພົນທະຫານ ໄດ້ຮັບຮູ້ ,ເຂົ້າໃຈກ່ຽວກັບຜົນຮ້າຍ,ຄວາມອັນຕະລາຍຮ້າຍແຮງຂອງການຄ້າມະນຸດ.ທັງເປັນການຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນສູງ.ເຮັດໃຫ້ສະພາບການຄ້າມະນຸດພາຍໃນປະເທດ ເວົ້າລວມ ເວົ້າສະເພາະກໍຄືພາຍໃນແຂວງຈຳປາສັກ ໃຫ້ຫຼຸດນ້ອຍຖອຍລົງ ແລະ ໝົດໄປ. ເພື່ອນຳເອົາຄວາມສະຫງົບປອດໄພມາສູ່ພໍ່ແມ່ປະຊາຊົນ ແລະ ສັງຄົມລາວ.

Scan the code