ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 28 ສິງຫາ 2024 ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ແລະ ມີບັນດາລັດຖະມົນຕີປະເທດສະມາຊິກອາຊຽນ, ປະເທດຕີມໍເລສເຕ, ປະເທດຄູ່ຮ່ວມເຈລະຈາ ທີ່ຮັບຜິດຊອບວຽກງານການຕ້ານອາຊະຍາກໍາຂ້າມຊາດ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ວ່າ: ​ກອງ​ປະຊຸມ​ຄັ້ງນີ້ ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ​ທີ່​ສະທ້ອນ​ໃຫ້​ເຫັນ​ວິ​ໄສ​ທັດ​ຂອງ​ບັນດາປະ​ເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ ການ​ແກ້​ໄຂ​ບັນຫາອາຊະຍາ​ກຳ​ຂ້າມ​ຊາດ​ໃນ​ອະນາຄົດ. ບົດ​ແນະນຳ​ກ່ຽວ​ກັບ​ການ​ປະຕິບັດວຽກງານ​ທີ່​ດີ​ທີ່ສຸດ, ຈະ​ເປັນ​ບ່ອນອີງ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ປະສານ​ງານ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ໃນການຈັດຕັ້ງປະຕິບັດຕົວຈິງ, ທັງ​ເປັນ​ການ​ຍຶດໝັ້ນ​ຫຼັກການ​ສູນ​ກາງ​ອາ​ຊຽນ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສະຫງົບປອດໄພ.

ພ້ອມນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວເປີດກອງປະຊຸມ ລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ຢ່າງເປັນທາງການ, ເຊິ່ງທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງສູງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນປີ 2024 ນີ້. ພ້ອມນີ້, ທ່ານກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງບັນດາທ່ານ ຫົວໜ້າຄະນະຜູ້ແທນ, ແຂກທີ່ມີກຽດ ແລະ ຜູ້ແທນກອງປະຊຸມທັງໝົດ ແລະ ສະແດງຄວາມຂອບໃຈທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປ ລາວ ໃນການເປັນ ເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18, ເຮັດໃຫ້ ສາມາດຈັດກອງປະຊຸມນີ້ໄດ້ຕາມ ແຜນການທີ່ກໍານົດໄວ້. ສປປ ລາວ ຮັບຮູ້ ແລະ ເຂົ້າໃຈດີວ່າ ບໍ່ມີປະເທດໃດຢາກໃຫ້ມີອາຊະຍາກຳເກີດຂຶ້ນໃນດິນແດນຂອງຕົນ ແຕ່ຍ້ອນສະພາບທີ່ຕັ້ງພູມສາດ ແລະ ເງື່ອນໄຂການເຂົ້າ-ອອກປະເທດທີ່ເອື້ອອໍານວຍ ເຮັດໃຫ້ພວກຄົນບໍ່ດີທີ່ກໍ່ອາຊະຍາກຳສາມາດຫຼົບຫຼີກ ແລະ ເຄື່ອນໄຫວກະທຳຜິດຢູ່ໃນດິນແດນຂອງຕົນ, ບັນຫາອາຊະຍາກຳຂ້າມຊາດເປັນບັນຫາລວມຂອງວົງຄະນາຍາດສາກົນ, ມີຄວາມສະຫຼັບສັບຊ້ອນສາມາດເກີດຂຶ້ນໄດ້ຢູ່ທຸກພາກພື້ນ ແລະ ບໍ່ມີປະເທດໃດຈະສາມາດແກ້ໄຂບັນຫາດັ່ງກ່າວໄດ້ດ້ວຍຕົນເອງ. ສະນັ້ນ, ຍາມໃດ ສປປ ລາວ ກໍເຫັນວ່າຄວາມພະຍາຍາມຮ່ວມກັນ, ຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືທີ່ຈິງໃຈ ລະຫວ່າງ ບັນດາປະເທດ ໃນພາກພື້ນ ແລະ ສາກົນ ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ສໍາລັບການແກ້ໄຂບັນຫາອາຊະຍາກຳຂ້າມຊາດ. ດ້ວຍເຫດຜົນດັ່ງກ່າວ ທ່ານເຊື່ອໝັ້ນວ່າ ກົນໄກກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ບັນດາກົນໄກທີ່ຂຶ້ນກັບ ເປັນກົນໄກທີ່ສອດຄ່ອງ ເໝາະສົມສໍາລັບການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ໃນພາກພື້ນອາຊຽນ.

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແມ່ນກົນໄກ ປຶກສາຫາລືລະດັບສູງທີ່ມີບົດບາດສໍາຄັນໃນການສົ່ງເສີມການຮ່ວມມື ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1997 ເປັນຕົ້ນມາ ກົນໄກກອງປະຊຸມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາ ໄດ້ສ້າງ ແລະ ປັບປຸງກົນໄກກອງປະຊຸມລະດັບລັດຖະມົນຕີ ແລະ ບັນດາກົນໄກທີ່ຂຶ້ນກັບ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນແຕ່ໄລຍະ, ສ້າງ ແລະ ປັບປຸງບັນດາເອກະສານທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື ເປັນຕົ້ນແມ່ນສົນທິສັນຍາ, ແຜນປະຕິບັດງານ, ແຜນງານ, ແຜນວຽກ ເພື່ອຕ້ານອາຊະຍາກຳຂ້າມຊາດໃນພາກພື້ນ ແລະ ມີການຈັດກອງປະຊຸມປຶກສາຫາ ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມື ໃນແຕ່ລະປີ, ຊອກວິທີແກ້ໄຂບັນຫາອາຊະຍາກຳຂ້າມຊາດຮ່ວມກັນ, ແລກປ່ຽນບົດຮຽນໃນແກ້ໄຂບັນຫາອາຊະຍາກຳຂ້າມຊາດ ໃນລະດັບສາກົນ, ພາກພື້ນ ແລະ ລະດັບຊາດ.

ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ໄດ້ມີບົດບາດສໍາຄັນໃນການຊຸກຍູ້ບັນດາກົນໄກທີ່ຂຶ້ນກັບໂດຍສະເພາະແມ່ນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ແລະ ກອງປະຊຸມຫົວໜ້າກົມຕຳຫຼວດກວດຄົນ ເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສູນຂອງກະຊວງການຕ່າງປະເທດອາຊຽນ ຈັດຕັ້ງປະຕິບັດການຮ່ວມມືພາຍໃຕ້ກົນໄກຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ປະກອບສ່ວນຮັບປະກັນ ຄວາມສະຫງົບປອດໄພ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຍົກລະດັບຊີວິດການເປັນຢູ່ໃນພາກພື້ນໃຫ້ນັບມື້ດີຂຶ້ນ.

ກົນໄກກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຈະສືບຕໍ່ເປັນໃຈກາງໃນການກຳນົດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອ ຕ້ານອາຊະຍາກຳຂ້າມຊາດໃນພາກພື້ນ. ພ້ອມນັ້ນ, ກອງປະຊຸມຄັ້ງນີ້ ຈະເປັນກອງປະຊຸມທີ່ມີໝາກມີຜົນ, ປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນສໍາລັບການຕ້ານອາຊະຍາກຳຂ້າມຊາດ ເພື່ອເຮັດໃຫ້ພາກພື້ນຂອງພວກເຮົາມີຄວາມສະຫງົບປອດໄພດີກວ່າເກົ່າ.

Scan the code