ວັນທີ 09 ມິຖຸນາ 2025, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄ້າມະນຸດ ແລະ ຄວາມພິການ: ຜົນການຄົ້ນຄວ້າ ແລະ ແນວທາງໃນການຈັດຕັ້ງປະຕິບັດໃນພາກພື້ນ ແລະ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຫົວໜ້າແຜນງານ ອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ປະຈໍາ ສປປ ລາວ; ມີ ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ຮອງຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ຜູ້ຕາງໜ້າຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນກາງສະຫະພັນແມ່ຍິງລາວ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 22 ທ່ານ.

ກອງປະຊຸມຄັ້ງນີ້ແມ່ນເພື່ອນໍາສະເໜີ ແລະ ເຜີຍແຜ່ຜົນການຄົ້ນຄວ້າທີ່ໃດ້ຮັບການຢັ້ງຢືນຈາກການສືກສາຄົ້ນຄວ້າໃນພາກພື້ນ ແລະ ສປປ ລາວ ກ່ຽວກັບການພົວພັນຂອງຄວາມພິການ ແລະ ການຄ້າມະນຸດ, ເພືອອຳນວຍຄວາມສະດວກໃຫ້ມີການສົນທະນາຢ່າງຮອບດ້ານ ກ່ຽວກັບອຸປະສັກທີ່ສຳຄັນ, ການປະຕິບັດທີ່ດີທີ່ສຸດ ແລະ ຄຳສະເໜີແນະນຳສະເພາະຂອງ ສປປ ລາວ ທີ່ແນໃສ່ຈຸດປະສົງເພື່ອການສ້າງຄວາມເຂັ້ມແຂງບັນດາມາດຕະການປ້ອງກັນ ແລະ ການດຳເນີນຄະດີ ທີ່ຄຳນຶງເຖິງຄົນທີ່ມີຄວາມພິການ, ເພື່ອກຳນົດ ແລະ ຄົ້ນຄ້ວາກ່ຽວກັບຄວາມຮ່ວມມືທີ່ສຳຄັນໃນພາກປະຕິບັດ ທີ່ສອດຄ່ອງກັບຂອບເຂດຂອງໂຄງການຂອງແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ໄລຍະທີ 2 ແລະ ທິດສະດີດ້ານການປ່ຽນແປງຂອງແຜນງານ (2014-2028), ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້້າຮ່ວມໄດ້ຮັບຟັງ, ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບຜົນທີ່ໄດ້ຮັບຈາກການສຶກສາຄົ້ນຄວ້າການເຊື່ ອມໂຍງ ລະຫວ່າງ ຄວາມພິການ ແລະ ການຄ້າມະນຸດ ທີ່ໄດ້ດໍາເນີນການສຶກສາໃນບັນດາປະເທດອາຊຽນ ແລະ ສປປ ລາວ ເພື່ອເປັນຂໍ້ມູນອໍານວຍຄວາມສະດວກໃຫ້ຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລືຢ່າງເລິກເຊິ່ງ, ຄົ້ນຄວ້າຫາຄວາມແຕກຕ່າງ ແລະ ຄວາມຄ້າຍຄືຂອງການຄ້າມະນຸດ ແລະ ພັດທະນາຍຸດທະສາດໃນການຕອບໂຕ້ຢ່າງມີປະສິດທິພາບ ທັງໃນ ສປປ ລາວ ກໍຄືໃນພາກພື້ນ ເຊິ່ງຜົນໄດ້ຮັບຂອງການປຶກສາຫາລື ແລະ ແລກປ່ຽນໃນກອງປະຊຸມຄັ້ງນີ້ ຈະເປັນອົງປະກອບໃນການພິຈາລະນາເພື່ອພັດທະນາຍຸດທະສາດ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ແທດເໝາະສອດຄ່ອງ ແລະ ນໍາໃຊ້ໃຫ້ມີປະສິດທິຜົນ. ພາຍໃນກອງປະຊຸມ, ໄດ້ແບ່ງກຸ່ມສົນທະນາເພື່ອຄົ້ນຄວ້າກ່ຽວກັບບັນດາກິດຈະກຳຕ່າງໆ ພ້ອມທັງນໍາສະເໜີກ່ຽວກັບຜົນຂອງການສົນທະນາກຸ່ມ ແລະ ປະກອບຄໍາຄິດເຫັນໃສ່ການນໍາສະເໜີຕື່ມອີກ.

ພາບ: ລັດສະໝີ

ຂ່າວ: ບີ່ນລີ້