ໃນວັນທີ 01 – 02 ກໍລະກົດ 2025 ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມການຜ່ານຮ່າງແຜນງານແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV ( ແຕ່ປີ 2026 – 2030 ) ໃຫ້ບັນດາສະມາຊິກກອງເລຂາ, ຕາງໜ້າສະມາຊິກກອງເລຂາ ແລະ ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ໂດຍການເປັນປະທານ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຈຳນວນພົນເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 13 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາຄືນດ້ານດີ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III ( ແຕ່ປີ 2021 – 2025 ) ແລະ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບຂອງແຜນງານດັ່ງກ່າວ, ສະເໜີຮ່າງແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV ( ແຕ່ປີ 2026 – 2030 ) ແລະ ຄົ້ນຄ້ວາປືກສາຫາລືກ່ຽວກັບບັນດາໂຄງການ, ກິດຈະກໍາຕ່າງໆທີ່ຈະກໍານົດເຂົ້າໃນແຜນງານດັ່ງກ່າວ ລວມທັງສ້າງແຜນດໍາເນີນງານລະອຽດໃນການຈັດຕັ້ງປະຕິບັດ 05 ປີຕໍ່ໜ້າ, ເພື່ອປັບປຸງ ແລະ ຮຽບຮຽງເນື້ອໃນຂອງຮ່າງແຜນງານ ແລະ ລະດົມແນວຄວາມຄິດໃຫ້ກັບບັນດາອົງການຈັດຕັ້ງສາກົນຕ່າງໆທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ ເພື່ອເຮັດໃຫ້ຮ່າງດັ່ງກ່າວມີເນື້ອໃນສົມບູນ ແລະ ຄົບຖ້ວນຂື້ນຕື່ມ.

ໃນຕອນທ້າຍ ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບການສ້າງແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ແມ່ນໃຫ້ມີການປະສານງານກັນຢ່າງເປັນປະຈຳ, ໂດຍການຈັດກອງປະຊຸມໄຕມາດປະຈຳປີ ເພື່ອແລກປ່ຽນຈຸດດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກສູງການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ໄດ້ລະບຸໄວ້ໃນແຜນງານ, ພາຍຫຼັງຫ້ອງການກອງເລຂາປັບປຸງແລ້ວຍັງຈະໄດ້ສືບຕໍ່ຜ່ານຮ່າງດັ່ງກ່າວກັບຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ໄດ້ຜ່ານການຮັບຮອງຈາກລັດຖະບານໃນຕໍ່ໜ້າ.