ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 2024 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ ຊາວໜຸ່ມ-ແມ່ຍິງ ຄະນະວິທະຍາສາດປ່າໄມ້ ທີ່ຫ້ອງປະຊຸມສຳນັກງານຄະນະບໍດີ ຄະນະວິທະຍາສາດປ່າໄມ້, ໂດຍການເຂົ້າຮ່ວມຂອງ ສຈ ປອ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ, ມີຕາງໜ້າຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ມີຄູ-ອາຈານ ແລະ ນັກສຶກສາ ຊາວໜຸ່ມ-ແມ່ຍິງ ຄະນະວິທະຍາສາດປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ແມ່ນເພື່ອເຮັດໃຫ້ຄູ-ອາຈານ, ໂດຍສະເພາະແມ່ນ ນັກສຶກສາຊາວໜຸ່ມ-ແມ່ຍິງ ຄະນະວິທະຍາສາດປ່າໄມ້ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຈາກການຄ້າມະນຸດ, ຮູ້ທັນກົນອຸບາຍຂອງກຸ່ມແກ້ງຂະບວນຄ້າມະນຸດ ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ ຂະບວນການຄ້າມະນຸດ ທີ່ຫວັງມາຕົວະຍົວະເອົາຊາວໜຸ່ມ-ແມ່ຍິງໄປອອກແຮງງານທີ່ຜິດກົດໝາຍ, ເຮັດໃຫ້ ສັງຄົມ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ການຄ້າມະນຸດ ມັນໄດ້ສົ່ງຜົນກະທົບ ໂດຍກົງທາງດ້ານ ຮ່າງກາຍ, ຈິດໃຈ ແລະ ກຽດສັກສີ ຂອງຜູ້ຖືກເຄາະຮ້າຍ ຕະຫຼອດຮອດຄອບຄົວ ແລະ ສັງຄົມ, ເຊິ່ງໃນແຕ່ລະປີ ປະຊາຊົນລາວ ຖືກຕົວະຫຼອກລວງໄປທ່ອງທ່ຽວ, ແຕ່ງດອງແອບແຝງກັບຄົນຕ່າງປະເທດ, ໄປຊອກວຽກເຮັດງານທໍາຢູ່ບັນດາຕົວເມືອງໃຫຍ່ ຢູ່ພາຍໃນ ຫຼື ຕ່າງປະເທດ ແລ້ວຖືກຂູດຮີດແຮງງານ, ຂູດຮີດທາງເພດ ແລະ ຖືກບັງຄັບເປັນໂສເພນີ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍລາວ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ມີຈໍານວນຫຼາຍພໍສົມຄວນ. ຫົວຂໍ້ທີ່ນໍາມາເຜີຍແຜ່ປະກອບມີ: ສະພາບການຄ້າມະນຸດຢູ່ໃນໂລກ, ພາກພື້ນ ແລະ ສປປ ລາວ, ນິຕິກຳທີ່ກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ, ຮູບແບບຂອງການຄ້າມະນຸດ, ຄວາມຕ້ອງການຂອງຜູ້ຄ້າມະນຸດ, ສາເຫດ, ເລ່ລ່ຽມ ແລະ ວິທີການຂອງການຄ້າມະນຸດ, ຜົນກະທົບຈາກການຄ້າມະນຸດ ແລະ ການປ້ອງກັນການຄ້າມະນຸດ.

Scan the code